spot_img
Homeຂ່າວພາຍ​ໃນປີທ່ອງທ່ຽວລາວ 2024 ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ

ປີທ່ອງທ່ຽວລາວ 2024 ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ

Published on

ປີທ່ອງທ່ຽວລາວ ຄັ້ງທີ 4 ປະຈຳປີ 2024 ຈະຈັດຂຶ້ນພາຍໃຕ້ຄຳຂວັນ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ ໃຫ້ແກ່ການທ່ອງທ່ຽວລາວ 2024, ພ້ອມທັງກຳນົດເອົາ 79 ກິດຈະກຳ. ໃນນີ້, ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫລງຂ່າວກ່ຽວກັບ ການຈັດປີທ່ອງທ່ຽວລາວ 2024 ໃນວັນທີ 13 ພະຈິກ 2023 ນີ້ວ່າ: ການຈັດປີທ່ອງທ່ຽງລາວ 2024 ນີ້, ກະຊວງຖະເເຫລງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ຮ່ວມກັບພະແນກ ຖວທ ນະຄອນ ຫລວງ ເເລະ ບັນດາເເຂວງໃນທົ່ວປະເທດ ໄດ້ເປັນເອກະພາບກັນກຳນົດ ບັນດາກິດຈະກໍາ ທີ່ຈະຈັດຕັ້ງປະຕິບັດ ໃນປີທ່ອງທ່ຽວລາວ 2024 ໂດຍໄດ້ສະເໜີໃຫ້ລັດຖະບານຮັບຮອງ ແລະ ກໍານົດເອົາ 79 ກິດຈະກຳ, ໃນນີ້ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ ເຊິ່ງຈະຈັດເຂົ້າໃນປະຕິທິນການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວສາມາດຄັດເລືອກທ່ອງທ່ຽວໄດ້ຕະຫລອດປີ ຕາມຄວາມເໝາະສົມ ແລະ ຕາມຄວາມສົນໃຈ. ພ້ອກັນນີ້, ຍັງໄດ້ຮ່ວມມືກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງເເຮມ, ເເຫລ່ງທ່ອງທ່ຽວ, ຮ້ານອາຫານ, ສາຍການບິນລາວ ເເລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ຈັດເປັນລາຍການທ່ອງທ່ຽວ. ທັງນີ້, ກໍເພື່ອເຮັດໃຫ້ບັນດາກິດຈະກໍາການທ່ອງທ່ຽວ ເເລະ ລາຍການທ່ອງທ່ຽວມີຄວາມກົມກຽວ, ເຊື່ອມຈອດລະຫວ່າງສູນກາງ ເເລະ ທ້ອງຖີ່ນ, ເເຂວງຕໍ່ເເຂວງ, ເເຂວງຕໍ່ເມືອງໃນຂອບເຂດທົ່ວປະເທດ ເເລະ ມີຮູບເເບບສົ່ງເສີມການຂາຍຕາມລະດູການໃນລາຄາທີ່ເໝາະສົມ.

ໃນປີ 2024 ຄາດຄະເນວ່າ ຈະມີນັກທ່ອງທ່ຽວສາກົນເດີນທາງເຂົ້າມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ. ເພື່ອເຮັດໃຫ້ການປະຕິບັດແຜນກິດຈະກຳປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍ ທີ່ໄດ້ກຳນົດໄວ້ນັ້ນ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈະສຸມປະຕິບັດໃສ່ບັນດາໜ້າວຽກຕົ້ນຕໍ ເປັນຕົ້ນ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຂະເເໜງການທີ່ກ່ຽວຂ້ອງຢູ່ສູນກາງ ເເລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍກິດຈະກໍາລະດັບຊາດ, ລະດັບທ້ອງຖິ່ນເຂົ້າສູ່ຊີວິດຕົວຈິງໃຫ້ທັນເວລາ, ພ້ອມທັງ ຈະສຸມໃສ່ປັບປຸງສິ່ງອຳນວຍຄວາມສະດວກດ້ານການ ທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວໃຫ້ມີຄວາມຫລາກຫລາຍ ຕອບສະໜອງຄວາມຕ້ອງການກັບທ່າອ່ຽງການຕະ ຫລາດທ່ອງທ່ຽວ ພາກພື້ນ ເເລະ ສາກົນ; ປັບປຸງຄຸນນະພາບການບໍລິການໃນຂະແໜງການທ່ອງທ່ຽວ, ການຕ້ອນ ຮັບທີ່ອົບອຸ່ນ, ຍີ້ມເເຍ້ມແຈ່ມໃສ, ປະທັບໃຈ ແລະ ຮັບປະກັນຄວາມປອດໄພ, ເພີ່ມທະວີການໂຄສະນາປີທ່ອງທ່ຽວລາວຢ່າງແຂງແຮງ ໂດຍນຳໃຊ້ພາຫະນະສື່ມວນຊົນພາຍໃນ, ສື່ຕ່າງປະເທດ ເເລະ ການເຂົ້າຮ່ວມງານວາງສະເເດງການຕະຫລາດທ່ອງທ່ຽວສາກົນ.

ທ່ານນາງ ສວນສະຫວັນ ວິຍະເກດ ຍັງໃຫ້ຮູ້ອີກວ່າ: ສປປ ລາວ ເຄີຍຈັດປີທ່ອງທ່ຽວລາວ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ແມ່ນປີ 1999-2000, ຄັ້ງທີ 2 ແມ່ນປີ 2012, ຄັ້ງທີ 3 ແມ່ນ ປີ 2018 ເຊິ່ງໃນຫລາຍປີທີ່ຜ່ານມາ ພັກ-ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ເເລະ ຖືການທ່ອງທ່ຽວເປັນຂະແໜງການເສດຖະກິດປາຍແຫລມຂອງການພັດທະນາ ແລະ ເອົາໃຈໃສ່ຊີ້ນຳ-ນຳພາສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ເເກ່ຂະເເໜງການທ່ອງທ່ຽວ, ໄດ້ກຳນົດນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ກະສິກຳ ເພື່ອເປັນທ່າແຮງດຶງດູດນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວປະເທດລາວ ນັບມື້ນັບເພີ່ມຂຶ້ນ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ຊຸກຍູ້ການຜະລິດກະສິກຳ, ຫັດຖະກຳ, ທຸລະກິດປີ່ນອ້ອມ ຖືເປັນການສົ່ງອອກກັບທີ່ ແລະ ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄື ເຂດຊົນນະບົດຫ່າງໄກສອກຫລີກປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງຊາດ.

ແຫຼ່ງຂ່າວຈາກ: Media LAOS

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...