spot_img
Homeຂ່າວການທູດທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດຣາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດຣາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ

Published on

ໃນວັນທີ 9 ພະຈິກ 2023, ທີ່ ສຳນັກພະຣາຊະວັງ ອາກາຊາກະ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າ ຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ, ໃນໂອກາດເດີນທາງຢ້ຽມ ຢາມທາງການ ຍີ່ປຸ່ນ ໃນລະຫວ່າງວັນທີ 7-11 ພະຈິກ 2023.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະ ແລະ ພະຊາຍາ ໃນຄັ້ງນີ້, ການມາຢ້ຽມຢາມທາງຍີ່ປຸ່ນ ໃນຄັ້ງນີ້ ກໍເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ຍີ່ປຸ່ນ ໂດຍສະເພາະ ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການຮັດແໜ້ນ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ສປປ ລາວ ແລະ ຍີ່ປຸ່ນ ແມ່ນສືບຕໍ່ໄດ້ຮັບການສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງຊາດມີຄວາມໃກ້ຊິດ, ສະໜິດສະໜົມ ແລະ ຮັກແພງກັນ, ໄດ້ມີການຮ່ວມມືກັນຢ່າງຕັ້ງໜ້າທັງໃນສາຍ ລັດ, ສາຍພັກ ແລະ ສາຍສະພາ, ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ລວມທັງຂົງເຂດ ແລະ ພາກພື້ນ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອອັນລ້ຳຄ່າຈາກລັດຖະບານຍີ່ປຸ່ນ ອັນສະເໝີຕົ້ນສະເໝີປາຍມາ ໂດຍຕະຫລອດ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ການຮັບມືກັບການແພ່ລະບາດຂອງພະຍາດ ໂຄວິດ-19 ແລະ ພິເສດ ກໍແມ່ນການຊ່ວຍເຫລືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ(UXO), ໃນນີ້ ເຫັນວ່າ ສອງປະເທດ ລາວ-ຍີ່ປຸນ ຍັງມີທ່າແຮງຫລາຍດ້ານທີ່ສາມາດຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະ ຫຍາຍຕົວ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ໃນປີ 2024 ນີ້ ສປປ ລາວ ຈະເປັນປະທານອາຊຽນ ແລະ ຈັດປີທ່ອງທ່ຽວລາວ ເຫັນວ່າເປັນກາລະໂອກາດອັນດີ ໃນການຊຸກຍູ້ການ ໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ໃຫ້ຫລາຍຂຶ້ນ ໂດຍສະເພາະ ການທ່ອງທ່ຽວລາວ-ຍີ່ປຸ່ນ ເພື່ອຊຸກຍູ້ການ ເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ໃນຕໍ່ໜ້າ.

ໃນຂະນະດຽວກັນ, ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະ ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃນ ຂະແໜ່ງການຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຂຶ້ນ. ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍິນດີໃຫ້ການສະໜັບ ສະໜູນຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສຳເລັດຕາມລະດັບ ຄາດໝາຍ ໂດຍສະເພາະ ໃນປີ 2025 ທີ່ຈະມາເຖິງນີ້, ຍີ່ປຸ່ນ ແລະ ສປປ ລາວ ກໍຈະໄດ້ຮ່ວມກັນຈັດບັນດາກິດຈະ ກຳຕ່າງໆ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ(05 ມີນາ 1955) ໃຫ້ມີບັນຍາ ກາດອັນຟົດຟື້ນ, ເຊິ່ງຈະກາຍເປັນຂີດໝາຍສຳຄັນຂອງການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນ, ອວຍພອນໃຫ້ຄະນະຜູ້ແທນລາວ ຈົ່ງປະສົບຜົນ ສຳເລັດໃນການມາຢ້ຽມຢາມທາງການ ຍີ່ປຸ່ນ ໃນຄັ້ງນີ້.

ໃນວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ພ້ອມຄະນະ ຍັງໄດ້ພົບປະເຮັດວຽກກັບ ທ່ານນາງ ຊຶຈິຢະ ຊິນາໂກະ ລັດຖະມົນຕີກະຊວງຟື້ນຟູໄພພິບັດ, ປະທານຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ, ພ້ອມ ນີ້ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະເຮັດວຽກກັບຫລາຍພາກສ່ວນຫົວໜ່ວຍທຸລະກິດຍີ່ປຸ່ນ ເພື່ອປຶກ ສາຫາລື ແລະ ເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ບໍລິສັດ Ryobi Lao (IT Solution), ບໍລິສັດ Tsubame BHB, ບໍລິສັດ Asue, ບໍລິສັດ All Nippon Airways ແລະ ຕ້ອນຮັບ ຄະນະອາຈານ ຈາກ ມະ ຫາວິທະຍາໄລໂຕກຽວ. ພ້ອມນີ້, ຄະນະຜູ້ແທນລາວ ຍັງເດີນທາງໄປທັດສະນະຢ້ຽມຢາມ ບໍລິສັດ Sankyu Inc.
ຂ່າວ-ພາບ: ກຕທ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...