Homeຂ່າວການທູດທູດລາວຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສສ ຫວຽດນາມ

ທູດລາວຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສສ ຫວຽດນາມ

Published on

ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສະຫາຍ ຫວໍ ວັນ ເຖືອງ (Vo Van Thuong) ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນວັນທີ 8 ພະຈິກ 2023 ທີ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ.

ໂອກາດນີ້, ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງສະຫາຍເອກອັກຄະລັດຖະທູດລາວຄົນໃໝ່ ປະຈໍາ ສສ ຫວຽດນາມ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໄດ້ຮັບການເສີມຂະຫຍາຍຖານອ້າຍນ້ອງແບບໃກ້ຊິດ ແລະ ເພື່ອນຮ່ວມອຸດົມການ ອັນດຽວກັນ, ມີມູນເຊື້ອຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມ ຈິງໃຈຕະຫລອດມາ ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ສະໄໝສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ກໍຄືໃນຂອບການຮ່ວມມືພາກພື້ນ ແລະ ສາກົນ.

ພ້ອມກັນນີ້, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດ ຈະເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອ ອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງສອງພັກ-ລັດຖະບານ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ ສະຫາຍ ເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມ ໃນການປະຕິບັດໜ້າທີ່ວຽກງານການທູດຄັ້ງນີ້.

ໂອກາດດຽວກັນ, ສະຫາຍເອກອັກຄະລັດຖະທູດລາວ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານອ້າຍນ້ອງເພື່ອນມິດ ຈາກ ສະຫາຍ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ສະຫາຍ ຫວໍ ວັນ ເຖືອງ ແລະ ຜ່ານໄປຍັງ ສະຫາຍ ຫງວຽນ ຟູ້ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມດ້ວຍການນຳພັກ-ລັດ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງປະເທດ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງ ແລະ ກັນ. ພ້ອມທັງເຫັນດີເປັນເອກະພາບ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືຮອບດ້ານ ເປັນຕົ້ນ ດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ, ການລົງທຶນ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ, ການທູດປະຊາຊົນ ແລະ ອື່ນໆ.
ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ.
ຂ່າວ-ພາບ: ສະຖານທູດລາວ ທີ່ຮ່າໂນ້ຍ

ບົດຄວາມຫຼ້າສຸດ

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...