Homeຂ່າວພາຍ​ໃນປກສ ແຂວງອຸດົມໄຊ ຈັບຜູ້ຖືກຫາຄ້າຢາເສບຕິດ ພ້ອມຂອງກາງ 60.000 ເມັດ

ປກສ ແຂວງອຸດົມໄຊ ຈັບຜູ້ຖືກຫາຄ້າຢາເສບຕິດ ພ້ອມຂອງກາງ 60.000 ເມັດ

Published on

ໃນເວລາ 18:00 ໂມງ ຂອງວັນທີ 7 ພະຈິກ 2023 ຜ່ານມາ, ທາງເຈົ້າໜ້າທີ່ໜ່ວຍສະເພາະກິດ ປກສ ແຂວງອຸດົມໄຊ ທີ່ປະຈໍາຢູ່ຈຸດກວດກາຫຼັກ 44 ( ເສັ້ນ ທາງອຸດົມໄຊ-ຫຼວງພະບາງ ) ໄດ້ລັດກວດກາລົດເມໂດຍສານ ຍີ່ຫໍ້ຮຸນໄດ ທີ່ແລ່ນສາຍ ອຸດົມໄຊ-ນະຄອນຫຼວງ, ໃນເວລາທີ່ເຈົ້າໜ້າທີ່ ກໍາລັງກວດກາເຄື່ອງຂອງຜູ້ໂດຍສານຢູ່ນັ້ນ ໄດ້ມີຜູ້ໂດຍສານຄົນໜຶ່ງລົງຈາກລົດ ແລ້ວພະຍາຍາມແລ່ນໜີ; ເຊິ່ງເຈົ້າໜ້າທີ່ ໄດ້ໄລ່ນໍາຈັບຕົວມາໄດ້.

ຜ່ານການສອບຖາມ ຈຶ່ງຮູ້ຊື່ວ່າ: ທ້າວ ເພັຍ ຫຼື ຈ່າ. ຈາກນັ້ນ, ຈິ່ງໄດ້ນໍາຕົວມາກວດກາຖົງເຄື່ອງຂອງຜູ້ກ່ຽວ ພົບເຫັນມີຢາບ້າ ຈໍານວນ 30 ມັດ, ມີ 60.000 ເມັດ, ນໍ້າໜັກ 6,5 ກິ ໂລຼາມ ແລະ ມີລົດຈັກ ຍີ່ຫໍ້ ຮອນດາຄິກ ສີແດງດໍາ ທະບຽນ ຈສ 1096 ອຸດົມໄຊ ທີ່ຜູ້ກ່ຽວເອົາຕາງໃສ່ລົດເມໂດຍສານ ມານໍາ ພ້ອມກັບໝູ່ອີກ 1 ຄົນ ຊື່ ທ້າວ ບີ ຫຼື ກູ່.
ຜ່ານການກວດຄົ້ນລົດເມໂດຍສານຄັນດັ່ງກ່າວ ແມ່ນບໍ່ພົບວັດຖຸສິ່ງຂອງ ທີ່ຜິດກົດໝາຍຕາມບົດບັນທຶກການກວດຄົ້ນຍານພາຫະນະ ສະບັບ ລົງວັນທີ 7 ພະຈິກ 2023. ຜ່ານການສອບສວນເຫັນວ່າ ທ້າວ ເພັຍ ຫຼື ຈ່າ ແລະ ທ້າວ ບີ ຫຼື ກູ່ ເປັນຜູ້ໂດຍສານທີ່ຊື້ປີ້ເດີນທາງໄປນະຄອນຫຼວງວຽງຈັນ ແລະ ຂຶ້ນລົດຢູ່ຄິວລົດ ສາຍໃຕ້ ບ້ານຫ້ວຍຂຸມ ຕາມບັນຊີນໍາສົ່ງຜູ້ໂດຍສານ ສະ ບັບ ລົງວັນທີ 7 ພະຈິກ 2023.

ສ່ວນລົດເມໂດຍສານ ແລະ ໂຊເຟີລົດ ແມ່ນບໍ່ມີສ່ວນກ່ຽວຂ້ອງກັບການກະທໍາຜິດໃນຄັ້ງນີ້ ຈິ່ງບໍ່ໄດ້ກັກລົດໄວ້. ຈາກນັ້ນ, ຈິ່ງໄດ້ກັກຕົວ ທ້າວ ເພັຍ ຫຼື ຈ່າ, ອາຍຸ 31 ປີ ແລະ ທ້າວ ບີ ຫຼື ກູ່ ອາຍຸ 34 ປີ; ເຊິ່ງຜູ້ຖືກຫາທັງສອງຄົນຢູ່ບ້ານນາມົນ ເມືອງໄຊ, ແຂວງອຸດົມໄຊ ພ້ອມຂອງກາງຢາບ້າ ແລະ ລົດຈັກ ມາດໍາເນີນການສືບສວນ-ສອບສວນຕາມກົດໝາຍ.
ມາຮອດເວລາ 8:00 ໂມງເຊົ້າ ຂອງວັນທີ 8 ພະຈິກ 2023, ຈິ່ງໄດ້ປະສານສົມ ທົບກັບອົງການໄອຍະການປະຊາຊົນແຂວງ ແລະ ອົງການປົກຄອງບ້ານນາມົນ ເຂົ້າກວດຄົ້ນເຄຫະສະຖານ (ເຮືອນ) ຂອງ ທ້າວ ເພັຍ ຫຼື ຈ່າ ເເລະ ທ້າວ ບີ ຫຼື ກຸ່ ຢູ່ບ້ານນາມົນ ເມືອງໄຊ ແຂວງອຸດົມໄຊ. ຜ່ານການກວດຄົ້ນເຮືອນ ຂອງຜູ້ກ່ຽວທັງສອງຫຼັງແມ່ນໄດ້ພົບເຫັນຂອງກາງມີ: ອາວຸດປືນສັ້ນ ຍີ່ຫໍ້ ZORAKI ສີດໍາ ຈໍານວນ 1 ກະບອກ ພ້ອມລູກປືນ 7 ລູກ, ຢາຝິ່ນ 2 ກ້ອນນ້ອຍ ນໍ້າຫນັກ 12,6 ກຼາມ, ຢາບ້າ 2 ເມັດ ນໍ້າໜັກ 0,2 ກ໌າມ ແລະ ປືນແກັບ 1 ກະບອກ, ເງິນກີບ 1.078.000 ກີບ, ເງິນບາດ 2.000 ບາດ, ໂທລະ ສັບມືຖື 4 ເຄື່ອງ ແລະ ບັດປະຈຳຕົວ 1 ບັດ.
ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ, ທ້າວ ເພັຍ ( ຈ່າ ) ແລະ ທ້າວ ບີ ( ກູ່ ) ໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າ ຈໍານວນ 30 ມັດ ມີ 60.000 ເມັດ, ນໍ້າຫນັກ 6,5 ກິໂລກຼາມ; ພ້ອມປືນສັ້ນ 1 ກະບອກ, ລູກປືນ 7 ລູກ, ຢາຝິ່ນ, ປີ່ນເເກັບ 1 ກະບອກ, ລົດຈັກ 1 ຄັນ, ເງິນກີບ 1.078.000 ກີບ, ເງິນບາດ 2.000 ບາດ, ໂທລະສັບມືຖື 4 ເຄື່ອງ ແລະ ບັດປະຈຳຕົວ 1 ບັດ ທີ່ກວດພົບເຫັນຢູ່ເຮືອນທີ່ບ້ານນາມົນນັ້ນ ພວກກ່ຽວທັງສອງກໍໄດ້ຮັບສາລະພາບວ່າແມ່ນຂອງພວກກ່ຽວເອງ.
ສຳລັບຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຈະສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງພັກພວກ ເພື່ອນຳຕົວມາດຳເນີນຄະດີຕາມກົດໝາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...