Homeຂ່າວຕ່າງປະເທດໃນປີ 2023 ໂລກຮ້ອນທີ່ສຸດເປັນປະຫວັດສາດໃນຮອບ 125.000 ປີ

ໃນປີ 2023 ໂລກຮ້ອນທີ່ສຸດເປັນປະຫວັດສາດໃນຮອບ 125.000 ປີ

Published on

ໜ່ວຍງານດູແລການແລກປ່ຽນສະພາບອາກາດໃນເອີຣົບ ລະບຸວ່າ ປີ 2023 ເປັນປີທີ່ໂລກຮ້ອນທີ່ສຸດເປັນປະຫວັດສາດທີ່ອຸນຫະພູມສູງໃນຮອບ 125.000 ປີ.

ໃນວັນທີ 8 ພະຈິກ 2023 ໜ່ວຍງານດູແລດ້ານການປ່ຽນແປງສະພາບອາກາດຂອງສະຫະພາບເອີຣົບ ໄດ້ຄາດການວ່າ ອຸນຫະພູມໂລກໃນປີ 2023 ເປັນປີທີ່ມີອຸນຫະພູມສູງສຸດເປັນປະຫວັດສາດ ໂດຍອ້າງອີງຈາກສະຖິຕິອຸນຫະພູມສະເລ່ຍທົ່ວໂລກໃນເດືອນຕຸລາທີ່ຜ່ານມາ ສູງຂຶ້ນ 0,4 ອົງສາ ສູງກວ່າສະຖິຕິເກົ່າທີ່ເຄີຍບັນທຶກໃນເດືອນຕຸລາ ປີ 2019 ສົ່ງຜົນໃນເດືອນຕຸລາໃນປີນີ້ ກາຍເປັນເດືອນທີ່ມີອຸນຫະພູມສູງທີ່ສຸດເທົ່າທີ່ເຄີຍບັນທຶກມາ.

Copernicus Climate Change Service (C3S) ໜ່ວຍງານດູແລດ້ານການປ່ຽນແປງສະພາບອາກາດຂອງສະຫະພາບເອີຣົບ ແຈ້ງວ່າ ປັດໄຈທີ່ເຮັດໃຫ້ອຸນຫະພູມໂລກສູງຂຶ້ນ ມີສາເຫດມາຈາກກາສກາກບອນ ຫຼື ກາສເຮືອນແກ້ວເພີ່ມຂຶ້ນຢ່າງຕໍ່ເນື່ອງ ພ້ອມກັບປາກົດເອວນິໂຢ່ ທີ່ເຮັດໃຫ້ທົ່ວໂລກຕ້ອງພົບກັບອາກາດຮ້ອນ 5 ເດືອນຕິດຕໍ່ກັນ.

ນອກນີ້ ຍັງຄາດວ່າ ອຸນຫະພູມໂລກໃນ 2 ເດືອນທ້າຍປີນີ້ ຈະບໍ່ມີການປ່ຽນແປງຫຼາຍ ແລະ ໄດ້ພະຍາກອນວ່າ ໃນເດືອນພະຈິກທົ່ວໂລກຈະຕ້ອງປະເຊີນອຸນຫະພູມທີ່ອຸ່ນກວ່າປົກກະຕິ ຂະນະທີ່ບັນຫາຄື້ນຄວາມຮ້ອນຈະແກ່ຍາວໄປຮອດປີ 2024.

ແຫຼ່ງຂ່າວ reuters

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...