Homeຂ່າວພາຍ​ໃນແຂວງຈຳປາສັກ ກວດກາສະຫຼາກລາຄາສິນຄ້າເປັນພາສາລາວ ສິນຄ້າຮຽນແບບ ສິນຄ້າໝົດອາຍຸ ແລະ ອາຫານທີ່ມີສານເຄມີເຈືອປົນຕາມຕະຫຼາດ

ແຂວງຈຳປາສັກ ກວດກາສະຫຼາກລາຄາສິນຄ້າເປັນພາສາລາວ ສິນຄ້າຮຽນແບບ ສິນຄ້າໝົດອາຍຸ ແລະ ອາຫານທີ່ມີສານເຄມີເຈືອປົນຕາມຕະຫຼາດ

Published on

ວັນທີ 28 ຕຸລາ – 2 ພະຈິກ 2023 ທ່ານ ທອງຄຳ ໂພທີສານ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ພ້ອມເຈົ້າໜ້າທີ່ກວດກາການຄ້າ ແລະ ສາທາລະນະສຸກເມືອງເຄື່ອນ ໄຫວກວດກາ, ຕິດຕາມການຕິດສະຫຼາກລາຄາສິນຄ້າເປັນພາສາລາວ, ສິນຄ້າຮຽນແບບ, ສິນຄ້າໝົດອາຍຸ ແລະ ອາຫານທີ່ມີສານເຄມີເຈືອປົນຕາມຕະຫຼາດຫຼັກ 8 ໃຕ້, ຕະຫຼາດຫຼັກ 14 ໃຕ້, ຕະຫຼາດຫຼັກ 13 ໃຕ້, ຫ້າງຮ້ານຂາຍເຄື່ອງສົ່ງ-ເຄື່ອງຍ່ອຍ, ມິນິມາກ ແລະ ຮ້ານຂາຍເຄື່ອງໃກ້ກັບບໍລິເວນໂຮງຮຽນ.

ເຊິ່ງສາມາດຈັດຕັ້ງປະຕິບັດ ໄດ້ຮ້ານຄ້າທັງໝົດ 39 ຫົວໜ່ວຍ ຕິດພັນກັບການສຶກສາອົບຮົມ ແລະ ສ້າງບົດບັນທຶກກ່າວເຕືອນກັກຍຶດສິນຄ້າທີ່ລອກຮຽນແບບ, ສິນຄ້າໝົດອາຍຸໄດ້ຈຳນວນ 211 ອັນ/ກ່ອງ, ມູນຄ່າທັງໝົດ 6.703.000 ກີບ ເພື່ອເປັນການປົກປ້ອງຜູ້ບໍລິໂພກ, ການຊົມໃຊ້ແລະບໍລິການ ສ່ວນສິນຄ້າດັ່ງກ່າວແມ່ນຈະນຳໄປຈັດພິທີທຳລາຍຕາມຂັ້ນຕອນ ແລະ ລະບຽບການ.

ແຫຼ່ງຂ່າວ Media Laos

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...