Homeຂ່າວຕ່າງປະເທດຍິງສາວອົກຫັກ ເລີຍແຜ່ເຊື້ອ HIV ໃຫ້ກັບຜູ້ຊາຍທຸກຄົນທີ່ມານອນນຳ

ຍິງສາວອົກຫັກ ເລີຍແຜ່ເຊື້ອ HIV ໃຫ້ກັບຜູ້ຊາຍທຸກຄົນທີ່ມານອນນຳ

Published on

ອີງຕາມສຳນັກຂ່າວໄທລາຍງານໃນວັນທີ 4 ພະຈິກ 2023 ຜ່ານມານີ້, ໄດ້ມີເລື່ອງລາວຍິງສາວຊາວໄທຄົນໜຶ່ງໄດ້ອອກມາແຊຣ ວ່າຕົນເອງຄືຜູ້ປ່ວຍເຊື້ອ HIV ຕັ້ງແຕ່ກຳເນີດ ໄດ້ກິນຢາຄວບຄຸມອາການມາໂດຍຕະຫຼອດ ແຕ່ຫຼ້າສຸດອົກຈຶ່ງອອກທ່ຽວກາງຄືນ ແລະ ແຜ່ເຊື້ອໃຫ້ກັບຊາຍໜຸ່ມທຸກຄົນທີ່ໄດ້ນອນກັບຕົນເອງຄືນຕໍ່ຄືນ.

ຍິງສາວຄົນດັ່ງກ່າວເປັນນັກສຶກສາ ມະຫາວິທະຍາໄລແຫ່ງໜຶ່ງທາງພາກອີສານ ປະເທດໄທ ໄດ້ອອກມາໂພສມື້ທີ່ຊ້າເກີນໄປ ເພາະຕອນນີ້ອາດແຜ່ເຊື້ອ HIV ໃຫ້ກັບຜູ້ຊາຍຫຼາຍຄົນແລ້ວ ໂດຍໄດ້ລະບຸວ່າ: ໃນຊ່ວງທີ່ຕົນກຳລັງຈະຂຶ້ນປີ 3 ເລີ່ມອອກທ່ຽວຄັ້ງທຳອິດໃນຊ່ວງເດືອນເມສາທີ່ຜ່ານມາ, ສາເຫດຍ້ອນວ່າອົກຫັກຈາກຄົນຮັກ ເຊິ່ງການອອກໄປທ່ຽວໃນແຕ່ລະຄືນຈະໄດ້ຜູ້ຊາຍກັບມາຫຼັບນອນ ແລະ ມີເພດສຳພັນແບບ One Night Stand ໂດຍຍອມຮັບວ່າສະຖານທີ່ບັນເທີງທີ່ຕົນໄປຕະຫຼອດຢູ່ແຖວປ້ຳນ້ຳມັນ.

ຕົນເອງເສຍໃຈໃນສິ່ງທີ່ເກີດຂຶ້ນ ເຖິງແມ່ນວ່າມັນຈະຊ້າເກີນໄປ ແລະ ໄດ້ຍອມຮັບວ່າຕົນນັ້ນມີເຊື້ອ HIV ມາຕັ້ງແຕ່ກຳເນີດແລ້ວຕົນເລີ່ມສົງສານຄົນທີ່ເຄີຍນອນຮ່ວມກັນ ເຊິ່ງເປັນຫ່ວງເມີຍ ແລະ ລູກຂອງຜູ້ຊາຍທີ່ເຄີຍຫຼັບນອນນຈະຕິດເຊື້ອ HIV ໄປນຳ.

ຝາກເຕືອນເປັນອຸທາຫອນສຳລັບຜູ້ຊາຍທີ່ມັກທ່ຽວກາງຄືນ ໂດຍສະເພາະຜູ້ຊາຍທີ່ມັກມີເພດສຳພັນແບບ One Night Stand ໃຫ້ລະມັດລະວັງ ແລະ ໃສ່ຖົງຢາງອະນາໄມທຸກຄັ້ງເວລາມີເພດສຳພັນ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອໄດ້, ເຊິ່ງໃນປັດຈຸບັນໂຣກຕິດຕໍ່ທາງເພດສຳພັນມີການລະບາດຫຼາຍໂດຍສະເພາະແມ່ນໂຣກ HIV ແລະ ໝາກສຸກລີງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...