spot_img
Homeຂ່າວພາຍ​ໃນບຸນນະມັດສະການ ພຣະທາດຫລວງວຽງຈັນ (ບຸນທາດຫລວງ) ຈະຈັດວັນທີ່ 23-27 ພະຈິກ 2023

ບຸນນະມັດສະການ ພຣະທາດຫລວງວຽງຈັນ (ບຸນທາດຫລວງ) ຈະຈັດວັນທີ່ 23-27 ພະຈິກ 2023

Published on

ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມ ແລະ ດໍາເນີນການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2023 ຈັດຂຶ້ນເມື່ອວັນທີ 3 ພະຈິກ 2023 ທີ່ຜ່ານມາ, ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຫົວໜ້າພະແນກ, ຮອງເຈົ້າເມືອງ, ອະນຸກໍາມະການຕ່າງໆເຂົ້າຮ່ວມ.

ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນໄດ້ກ່າວວ່າ: ມາຮອດປະຈຸບັນ ແຕ່ລະອະນຸກໍາມະການ ແລະ ຄະນະຮັບຜິດຊອບຈັດງານໄດ້ມີການກະກຽມຄວາມພ້ອມທຸກດ້ານ ເພື່ອເຮັດໃຫ້ການຈັດງານບຸນມີຄວາມຮັບປະກັນຄວາມປອດໄພ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຜົນສໍາເລັດຕາມແຜນທີ່ວາງໄວ້ເຊັ່ນ: ການກະກຽມປະດັບປະດາຄວາມເປັນລະບຽບຮຽບຮ້ອຍ, ວຽກງານຈະລາຈອນ, ການບໍລິການລົດເມສາທາລະນະ ການກະກຽມເປີດປີທ່ອງທ່ຽວລາວ 2024 ແລະ ອື່ນໆ.

ງານບຸນນະມັດສະການພະທາດຫຼວງວຽງຈັນ ຈະຈັດຂຶ້ນເປັນເວລາ 5 ວັນ, ນັບແຕ່ວັນທີ 23-27 ພະຈິກ ຢູ່ທີ່ຂອບເຂດເດີ່ນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເຊິ່ງບັນດາກິດຈະກໍາປະກອບມີ:

– ວັນທີ 23 ພະຈິກ , ເວລາ 16: 30 ໂມງ ສືບຕໍ່ຄົບງັນຕາມປະເພນີ
– ວັນທີ 25 ພະຈິກ, ເວລາ 16:30 ສູດປະລິຕະມົງຄຸນຢູ່ທີ່ດ້ານໃນກົມມະລຽນພະທາດຫຼວງ,
– ວັນທີ 26 ພະຈິກ 2023 ເວລາ13:30 ພິທີແຫ່ຜາສາດເຜີ້ງ, – ວັນທີ 27 ພະຈິກ, ເວລາ 07:00 ໂມງ ພິທີໃສ່ບາດຖວາຍສັງຄະທານ, ເວລາ 13:00 ໂມງ ພິທີແຂ່ງຂັນກີລາພື້ນບ້ານຕີຄີ ເວລາ 19:30 ໂມງ ພິທີວຽນທຽນ ແລະ ຈູດບັ້ງໄຟສັກກາລະບູຊາພະທາດຫຼວງ ແລະ ຄົບງັນຕາມປະເພນີ ໂດຍເປີດໃຫ້ມ່ວນຊົນເຂົ້າທ່ຽວຊົມງານເລີ່ມແຕ່ເວລາ 09:00-23:00 ໂມງ.

ງານບຸນຄັ້ງນີ້, ໄດ້ກໍານົດເອົາຂອບເຂດກົມມະລຽນດ້ານໃນເປັນບ່ອນສັກກາລະບູຊາໄຫວ້ພະທາດຫຼວງ ເປັນບ່ອນເຮັດພິທີທາງສາສະໝາ ແລະ ຮີດຄອງປະເພນີ ກໍານົດເຂດກົມມະລຽນດ້ານນອກບໍ່ມີການຂາຍສິນຄ້າທຸກປະເພດ ຍົກເວັ້ນດອກໄມ້ ທູບທຽນບູຊາ ແລະ ກິດຈະກໍາທີ່ຄະນະກໍາມະການອະນຸຍາດ ສະເພາະເຂດສະໜາມຫຼວງແບ່ງອອກເປັນ 4 ເຂດຄື:

ເຂດ A ດ້ານເໜືອນັບແຕ່ແຈຕິດຖະໜົນໄກສອນ ພົມວິຫານຫາທາງເຂົ້າສະພາແຫ່ງຊາດດ້ານເໜືອແມ່ນເປັນບ່ອງວາງສະແດງ-ຈໍາໜ່າຍສິນຄ້າປະເພດບໍລິສັດຂາອອກ-ຂາເຂົ້າ ສິນຄ້າໃຊ້ສອຍທົ່ວໄປ ທັງເປັນບ່ອນຈອດລົດຂອງຄະນະກໍາມະການ ແລະ ເຄື່ອງຫຼິ້ນທົ່ວໄປ.

ເຂດ B ຕໍ່ໜ້າສະພາແຫ່ງຊາດຫຼັງໃໝ່ມີລານສາຍຮູບເງົາ ເວທີສະແດງກິດຈະກໍາຂອງໄວໜຸ່ມ ວາງລໍ້ເຄື່ອງດື່ມ ອາຫານເບົາແບບຍຸກໃໝ່ສໍາລັບໄວໜຸ່ມ(ບໍ່ມີເຄື່ອງດື່ມທີ່ເປັນທາດເຫຼົ້າ).

ເຂດ C ນັບແຕ່ແຈສະພາແຫ່ງຊາດດ້ານໃຕ້ຫາປະຕູທາງເຂົ້າສວນອານຸສາວະລີເຈົ້າໄຊເສດຖາທິລາດ ພື້ນທີ່ຟຸດບາດທາງແມ່ນວາງສະແດງສິນຄ້າຜະລິດຕະພັນພາຍໃນ ແລະ ສິນຄ້າຄອບຄົວຕົວແບບຂອງ ນວ ສໍາລັບພື້ນທີ່ທາງກາງເດີ່ນສະໝາມຫຼວງແມ່ນຕົບແຕ່ງເປັນເຂດວາງສະແດງການທ່ອງທ່ຽວ ວາງສະແດງສິນຄ້າ ແລະ ຜະລິດຕະພັນບັນດານະຄອນທັງພາຍໃນ ແລະ ຕ່າງປະເທດທີ່ຖືກເຊີນ(ເພື່ອເປັນເຂດໃຫ້ແຂກເຂົ້າຊົມທາງການ).

ເຂດ D ນັບແຕ່ທາງເຂົ້າປະຕູສວນອານຸສາວະລີເຈົ້າໄຊເສດຖາ ຫາກໍາແພງຮົ້ວສະຖານີໄຟຟ້າເຂດທາດຫຼວງແມ່ນເປັນບ່ອນຕັ້ງຜາມກໍາມະການ ແລະການວາງສະແດງຂາຍເບັ້ຍໄມ້ກະສິກໍາເນັ້ນເປັນສວນຕົ້ນໄມ້ປະດັບ ແຄມຮົ້ວຟາກກົງກັນຂ້າມແມ່ນວາງສະແດງຈໍາໜ່າຍສິນຄ້າປະເພດອຸດສາຫະກໍາປຸງແຕ່ງພາຍໃນ ກາງເດີ່ນເປັນບ່ອນຕັ້ງເວທີສິນລະປະມວນຊົນ(ເວທີກາງ) ແລະ ບ່ອນຕີຄີໃນງານບຸນ.

ສ່ວນງານວາງສະແດງຂາຍສິນຄ້າຢູ່ສູນການຄ້າລາວ-ໄອເຕັກ ໄດ້ກໍານົດຂາຍສິນຄ້າປະເພດຫັດຖະກໍາ ສິນຄ້າອຸດສາຫະກໍາ ແລະ ເຄື່ອງໃຊ້ສອຍທົ່ວໄປທັງພາຍໃນ ແລະ ຕ່າງປະເທດກໍານົດ 5 ວັນເຊັ່ນດຽວກັນ.

ຂ່າວ: ວຽງຈັນໃໝ່, ພາບ: JCLAOS

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...