Homeຂ່າວພາຍ​ໃນນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ສ້າງຜົນງານດີເດັ່ນ ສາມາດທະລຸເຂົ້າຮອບຊິງ

ນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ສ້າງຜົນງານດີເດັ່ນ ສາມາດທະລຸເຂົ້າຮອບຊິງ

Published on

ນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວທີ່ເຂົ້າຮ່ວມແຂ່ງຂັນກິລາດອກປີກໄກ່ເຍົາວະຊົນຊິງເເຊ໋ມອາຊຽນ ລຸ້ນອາຍຸບໍ່ເກີນ 15 ປີ ແລະ 17 ປີ ປະຈຳປີ 2023 ຫຼື ASEAN U-15 & U-17 Badminton Championship 2023 ທີ່ຈະຈັດຂື້ນຢູ່ນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ສາມາດຜ່ານເຂົ້າສູ່ຮອບຊິງຊະນະເລີດໄດ້ສຳເລັດ: ໂດຍປະເພດ ຊາຍຄູ່ ອາຍຸບໍ່ເກີນ 15 ປີ ໃນຮອບຮອງຊະນະເລີດ ທ້າວ ສຸພະໄຊ ສິມມະວົງ ແລະ ທ້າວ ນັດທິວ ພົງສັກ ເອົາຊະນະ ນັກກິລາຈາກຕີມໍເລສເຕ ໄປ 2-1 ເກມ (23-21 / 20-22 / 21-10) ສາມາດຜ່ານເຂົ້າໄປຊິງຊະນະເລີດພົບກັບ ນັກກິລາຈາກປະເທດມຽນມ້າ.

ສ່ວນນັກກິລາຄົນອື່ນ ປະເພດ ຊາຍດ່ຽວ ອາຍຸບໍ່ເກີນ 17 ປີຮອບຮອງຊະນະເລີດ ທ້າວ ອານຸສິນ ມະນີວັນ ເສຍໃຫ້ ນັກກິລາຈາກມຽນມາ ໄປ 0-2 ເກມ (17-21 / 16-21) ໄດ້ອັນດັບ 3 ຮ່ວມ ແລະ ລາຍການ ຊາຍຄູ່ ອາຍຸບໍ່ເກີນ 17 ປີ ຮອບຮອງຊະນະເລີດ ທ້າວ ຊະນະ ສິລິສັກ ແລະ ທ້າວ ອານຸສິນມະນີວັນ ເສຍໃຫ້ ນັກກິລາຈາກກຳປູເຈຍ ເຈົ້າພາບ ໄປ 0-2 ເກມ (16-21 / 12-21) ໄດ້ອັນດັບ 3 ຮ່ວມ ສຳລັບໂປຣເເກມການເເຂ່ງຂັນໃນ ວັນທີ 3 ພະຈິກ: ຊາຍຄູ່ ຮອບຊິງຊະນະເລີດ (ທ້າວ ສຸພະໄຊ ສິມມະວົງ ແລະ ທ້າວ ນັດທິວ ພົງສັກ ພົບ ນັກກິລາຈາກມຽນມາ)
ຝາກເຊຍ ແລະ ໃຫ້ກຳລັງໃຈນ້ອງໆນັກກິລາເຍົາວະຊົນທີມຊາດລາວ ໃຫ້ໄດ້ຫຼຽນຄຳມາສູ່ປະເທດລາວດ້ວຍ.

ທີ່ມາ: ລາວສູ້ໆ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...