Homeຂ່າວພາຍ​ໃນສສຊ ສະເໜີໃຫ້ເອົາຄຳມາເປັນຄັງສຳຮອງຍ້ອນຂາດແຄນເງິນຕາ

ສສຊ ສະເໜີໃຫ້ເອົາຄຳມາເປັນຄັງສຳຮອງຍ້ອນຂາດແຄນເງິນຕາ

Published on

ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ຊາດຊຸດທີ IX ວັນທີ 1 ພະຈິກ 2023 ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ສືບຕໍ່ໄດ້ປະກອບຄຳເຫັນໃສ່ບົດລາຍງານ ຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາເພື່ອໃຫ້ລັດຖະບານແກ້ໄຂໃນຕໍ່ໜ້າ.

ທ່ານນາງ ມີນາພອນ ໄຊສົມພູ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ປະກອບຄຳເຫັນໃສ່ບົດກລາຍງານຂອງລັດຖະບານບາງຕອນວ່າ ການຄຸ້ມຄອງເງິນຕາໄລຍະຜ່ານລັດຖະບານໄດ້ມີການປັງປຸງ ແກ້ໄຂຫຼາຍດ້ານດ້ວຍຫຼາຍວິທີລວມທັງການການຄຸ້ມຄອງອັດຕາແລກປ່ຽນຕ່າງໆ ແຕ່ເຫັນວ່າອັດຕາເງິນເຟີ້ກໍຍັງຢູ່ໃນລະດັບສູງ ເຊິ່ງບັນຫາດັ່ງກ່າວໄດ້ສົ່ງຜົນກະທົບຫຼາບດ້ານເປັນຕົ້ນລາຄາສິນຄ້າສູງຫຼາຍເທົ່າຕົວເປັນຕົ້ນແມ່ນໝວດສິນຄ້າສະບຽງອາຫານ ຢາປົວພະຍາດຕ່າງໆ ເຮັດການດຳລົງຊີວິດຂອງພະນັກງານ-ລັດຖະກອນ ກຳມະກອນ ແລະ ພໍ່ແມ່ປະຊາຊົນທີ່ມີລາຍຮັບຕໍ່າມີຄວາມຫຍຸ້ງຍາກ ເຊິ່ງເປັນບັນຫາທີ່ປະຊາຊົນສະເໜີຕໍ່ ສະມາຊິກສະພາປະຊາຊົນຂັ້ນແຂວງ ກໍຄື ສສຊ ຫຼາຍ ສະນັ້ນສະເໜີໃຫ້ລັດຖະບານຕ້ອງມີການແກ້ໄຂໃຫ້ຖືກຈຸດໂດຍສະເພາະແມ່ນຈຸດປັດໄຈພາຍໃນທີ່ເປັນບັນຫາສຳຄັນເພາະວ່າໄລຍະຜ່ານມາຍັງມີປະກົດການກັກຕຸນເງິນຕາຕ່າງປະເທດເພື່ອເກງກຳໄລໃຫ້ບຸກຄົນ ມີການປັ່ນປ່ວນອັດຕາແລກປ່ຽນສະນັ້ນລັດຖະບານຕ້ອງການຄຸ້ມຄອງໃຫ້ຮັດກຸມຕື່ມ ກົນໄກປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງທີ່ມີໜ້າທີ່ໃນການຄຸ້ມຄອງເງິນຕາຕ່າງປະເທດໃຫ້ມີການເຊື່ອມຈອດເຊິ່ງກັນ ແລະ ກັນ ເພາະວ່າເຫັນຕາມການລາຍງານລັດຖະບານຂອດການປະສານງານຍັງບໍ່ທັນໄດ້ດີເທົ່າທີຄວນ.

ນອກຈາກນີ້ຄັງສຳຮອງເງິນຕາຕ່າງປະເທດຍັງຢູ່ໃນລະດັບຈຳກັດ ຍ້ອນຂາດແຄນເງິນຕາ ເຊິ່ງບັນຫານີ້ຢາກແລກປ່ຽນ ໂດຍອີງໃສ່ເງື່ອນໄຂປັດຈຸບັນຂອງປະເທດລາວມີທ່າແຮງໃນການຂຸດຄົ້ນຊັບພະຍາກອນ ທຳມະຊາດໂດຍສະເພາະແມ່ນແຮ່ທາດຕ່າງໆ ສະນັ້ນສະເໜີໃຫ້ເອົາຄຳມາເປັນຄັງສຳຮອງເງິນຕາຈະໄດ້ບໍ ພ້ອມນັ້ນກໍຢາກໃຫ້ລັດຖະບານມີມາດຕະການໂດຍມອບພັນທະໃຫ້ແຕ່ລະແຂວງມີສ່ວນຮ່ວມໃນການປະກອບສ່ວນໃນຄັງສຳຮອງ ແຕ່ຄັງສຳຮອງດັ່ງກ່າວນັ້ນຕ້ອງມີການຄຸ້ມຄອງ ແລະ ນຳໃຊ້ໃຫ້ຖືກເປົ້າ ໝາຍ.

ແຫຼ່ງຂ່າວ Vientiane Mai

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...