Homeຂ່າວພາຍ​ໃນປະຊາຊົນໃຊ້ທຶນ 825 ລ້ານກວ່າກີບ ຍົກລະດັບເສັ້ນທາງພາຍໃນບ້ານ

ປະຊາຊົນໃຊ້ທຶນ 825 ລ້ານກວ່າກີບ ຍົກລະດັບເສັ້ນທາງພາຍໃນບ້ານ

Published on

ໃນວັນທີ 27 ຕຸລາ 2023 ນີ້, ຢູ່ທີ່ຫໍປະຊຸມບ້ານຫ້ວຍເລິກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບ ການກໍ່ສ້າງສ້ອມແປງຍົກລະດັບເສັ້ນທາງຢູ່ພາຍໃນບ້ານຂຶ້ນ.

ທ່ານ ສົມພາວັນ ຫອມສົມບັດ ນາຍບ້ານໆຫ້ວຍເລິກ ໄດ້ລາຍງານຕໍ່ພິທີ ວ່າ: ການກໍ່ສ້າງ ສ້ອມແປງຍົກລະດັບເສັ້ນທາງຜັງບ້ານຫ້ວຍເລິກ ໄດ້ເລີ່ມປະຕິບັດມາແຕ່ວັນທີ 1 ເມສາ 2023 – ວັນທີ 30 ກໍລະກົດ 2023 ຈຶ່ງສໍາເລັດ, ບໍລິສັດໄດ້ປະຕິບັດບັນດາໜ້າວຽກ ຕາມມາດຖານເຕັກນິກຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືຶອງວາງອອກ ເຊິ່ງປະຕິບັດໜ້າວຽກລວມມີ ເສັ້ນທາງທັງໝົດ 17 ເສັ້ນ ມີຄວາມຍາວ 3.900 ກວ່າແມັດ.

ໃນນີ້, ເສັ້ນທາງຫຼັກ 4 ເສັ້ນ ມີຄວາມກວ້າງ 5 ແມັດ ຍາວ 1.700 ກວ່າແມັດ ແລະ ເສັ້ນທາງຮ່ອມ 13 ເສັ້ນ, ມີຄວາມກວ້າງ 4,5 ແມັດ ມີ 6 ເສັ້ນ ຍາວ 1.300 ກວ່າແມັດ ແລະ ກວ້າງ 4 ແມັດ ມີ 7 ເສັ້ນ ຍາວ 930 ກວ່າແມັດ.

ນອກຈາກນີ້, ຍັງໄດ້ຂຸດຮ່ອງລະບາຍນໍ້າ ຂະໜາດ (1,58 ແມັດ + 1,00 ແມັດ) x 1,00 ແມັດ ຍາວ 150 ແມັດ ລວມມູນຄ່າທັງໝົດ 825 ລ້ານກວ່າກີບ ໂດຍແມ່ນທຶນຂອງປະຊາຊົນພາຍໃນບ້ານຮ້ອຍສ່ວນຮ້ອຍ.

ຈາກນັ້ນ, ທ່ານ ສົມພາວັນ ຫອມສົມບັດ ນາຍບ້ານໆຫ້ວຍເລິກ ຕ່າງໜ້າອົງການປົກຄອງບ້ານ (ເຈົ້າຂອງໂຄງການ) ແລະ ທ່ານ ຊົງຍົດ ຈັນທະວົງ ບໍລິສັດ ກິດຕິກອນ ກໍ່ສ້າງຂົວທາງ ຈໍາກັດ (ຜູ້ຮັບເໝົາ) ໄດ້ເຊັນບົດບັນທຶກ ມອບ-ຮັບ ການກໍ່ສ້າງ ສ້ອມແປງຍົກລະດັບເສັ້ນທາງຜັງບ້ານ ໂດຍຊ່ອງໜ້າທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ທ່ານ ບຸນສົງ ລາດຊະວົງ ປະທານຄະນະກວດກາພັກເມືອງ, ບັນດາຫົວໜ້າຫ້ອງການ, ຄະນະກໍາມະການຂັ້ນເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນບ້ານດັ່ງກ່າວ.

ແຫຼ່ງຂ່າວ ຫ້ອງການ ຖວທ ເມືອງແກ່ນທ້າວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...