Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9

Published on

ໃນບົດລາຍງານທີ່ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນເຊົ້າວັນທີ 31 ຕຸລາ 2023 ນີ້ ໄດ້ຍົກໃຫ້ເຫັນວ່າ: ໃນຂົງເຂດວັດທະນະທໍາ-ສັງຄົມ, ລັດຖະບານ ໄດ້ຊີ້ນໍາພາກສ່ວນກ່ຽວຂ້ອງປະຕິບັດຕາມ ດໍາລັດ 348/ລບ ໂດຍສຸມໃສ່ປະຕິບັດ 9 ຕົວຊີ້ວັດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຜ່ານຈາກການປະຕິບັດຕົວຈິງເຫັນວ່າ: ມີ 5 ຕົວຊີ້ບອກມີຄວາມຄືບໜ້າດີ, ມີ 1 ຕົວຊີ້ບອກມີຄວາມຊັກຊ້າ ແລະ ມີ 3 ຕົວຊີ້ບອກອາດບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

​ສັງລວມແລ້ວມາຮອດປັດຈຸບັນ ທົ່ວປະເທດສາມາດພົ້ນທຸກແລ້ວ 976.644 ຄອບຄົວ (79,12%), 5.438 ບ້ານ (64,72%), 64 ເມືອງ (43,24%); ສາມາດພັດທະນາໄດ້ 779.119 ຄອບຄົວ (79,77%ໃນຄອບຄົວພົ້ນທຸກ), 2.150 ບ້ານ (25,58%), ບ້ານໃຫຍ່ກາຍເປັນຕົວເມືອງຢູ່ຊົນນະບົດ 25 ບ້ານ, ເມືອງເຂັ້ມແຂງຮອບດ້ານ 6 ເມືອງ ແລະ ແຂວງເປັນຫົວໜ່ວຍຍຸດທະສາດໄດ້ 2 ແຂວງ ແລະ ນະຄອນຫຼວງວຽງຈັນ.

​ຢ່າງໃດກໍຕາມ, ເຖິງວ່າລັດຖະບານມີຄວາມພະຍາຍາມຢ່າງຕໍ່ເນື່ອງ ແຕ່ບາງດ້ານຍັງບໍ່ທັນຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງຊັກຊ້າ ເຮັດໃຫ້ມາຮອດປັດຈຸບັນ ທົ່ວປະເທດຍັງມີຄອບຄົວທຸກຍາກ 257.670 ຄອບຄົວ (20,87%), ບ້ານທຸກຍາກ 2.964 ບ້ານ (35,27%), ເມືອງທຸກຍາກ 84 ເມືອງ​ (56,75%) ຊຶ່ງເປັນສິ່ງທ້າທາຍຕໍ່ການບັນລຸຄາດໝາຍທີ່ສະພາແຫ່ງຊາດຮັບຮອງໃນແຜນ 5 ປີຄັ້ງທີ IX ແລະ ແຜນປະຈໍາປີ 2023.
ຂໍຂອບໃຈຂໍ້ມູນຈາກ: Lao Youth

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...