Homeຂ່າວພາຍ​ໃນສສຊ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າທີ່ສາມາດຜະລິດຢູ່ພາຍໃນໃຫ້ເໝາະສົມ

ສສຊ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າທີ່ສາມາດຜະລິດຢູ່ພາຍໃນໃຫ້ເໝາະສົມ

Published on

ປັດຈຸບັນ ການເໜັງຕີງຂອງລາຄາສິນຄ້າ ຢູ່ຕາມທ້ອງຕະຫລາດ ໃນຂອບເຂດທົ່ວປະເທດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ລາຄາສິນຄ້າທີ່ສາມາດຜະລິດຢູ່ພາຍໃນປະເທດ. ຕໍ່ກັບບັນຫາດັ່ງກ່າວ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 1 ພະຈິກ 2023 ນີ້ ໂດຍສະເໜີ ໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂ, ຄຸ້ມຄອງລາຄາສິນຄ້າ ບໍ່ວ່າຈະເປັນສິນຄ້ານຳເຂົ້າ ຫລື ສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນປະເທດ ໃຫ້ມີຄວາມເໝາະສົມ ແລະ ຊັດເຈນ.

ທ່ານ ສາຍທອງ ໄຊຍະວົງ ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີລັດຖະບານ ກຳນົດໂຄງສ້າງລາຄາສິນຄ້າ ເປັນຕົ້ນ, ລາຄາເຂົ້າ, ຊີ້ນງົວ, ຄວາຍ, ໝູ, ໄຂ່ ທີ່ສາມາດຜະລິດຢູ່ພາຍໃນປະເທດ ໃຫ້ມີຄວາມຊັດເຈນ, ເໝາະສົມ, ມີລາຄາເປັນເອກະພາບກັນ, ຫລີກລ່ຽງການນຳເຂົ້າສິນຄ້າ, ອັນໃດທີ່ສາມາດຜະລິດໄດ້ຢູ່ພາຍໃນ ລັດຖະບານຕ້ອງສຸມໃສ່ຊຸກຍູ້ສົ່ງເສີມ, ຄວນມີນະໂຍບາຍເພື່ອເຮັດໃຫ້ການຜະລິດມີຕົ້ນທຶນຕຳລົງ ລວມເຖິງການເຂົ້າເຖິງແຫລ່ງທຶນ ໃຫ້ມີຄວາມສະດວກສະບາຍ ໂດຍສະເພາະຕ້ອງຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ທົດແທນການນຳເຂົ້າ, ໄປພ້ອມກັບການຜະລິດເພື່ອສົ່ງອອກ.

ຄຽງຄູ່ກັບບັນຫາລາຄາສິນຄ້າ ກໍແມ່ນບັນຫາອັດຕາເງິນເຟິ້, ອັດຕາແລກປ່ຽນ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂ ເພື່ອເຮັດໃຫ້ສະພາບການດັ່ງກ່າວ, ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງໃຫ້ຄຸ້ມຄອງເງິນຕາຕ່າງປະເທດ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ຕ້ອງຜ່ານລະບົບທະນາຄານ, ລັດຕ້ອງຊຸກຍູ້ສົ່ງເສີມໃຫ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ບໍລິສັດໃດທີ່ນຳເຂົ້າ-ສົ່ງອອກ ໂດຍບໍ່ຜ່ານລະບົບທະນາຄານ ຕ້ອງໃສ່ລະບຽບຢ່າງເດັດຂາດ ເພື່ອເຮັດໃຫ້ບັນຫາດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບກັນໃນທົ່ວປະເທດ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...