Homeຂ່າວພາຍ​ໃນສືບຕໍ່ກະກຽມໃສ່ງານບຸນນະມັດສະການພະທາດຫຼວງວຽງຈັນ

ສືບຕໍ່ກະກຽມໃສ່ງານບຸນນະມັດສະການພະທາດຫຼວງວຽງຈັນ

Published on

ພາຍຫຼັງສຳເລັດບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ 2023 ທີ່ທ່າວັດຈັນເມືອງຈັນ ທະບູລີແລ້ວ ນະຄອນຫຼວງວຽງຈັນ (ນວ) ໄດ້ສືບຕໍ່ກະກຽມໃສ່ງານບຸນນະມັດສະການພະທາດຫຼວງວຽງຈັນ ທີ່ຈະໄດ້ຈັດຂຶ້ນທ້າຍເດືອນພະຈິກນີ້ ເພື່ອເຮັດໃຫ້ງານບຸນປະເພນີມີຄວາມສວຍງາມ ແລະ ເປັນລະບຽບຮຽບຮ້ອຍ ຄະນະກະກຽມຮັບຜິດຊອບປະດັບປະດາສະຖານທີ່ງານບຸນນະມັດສະການພະທາດ ຫຼວງວຽງຈັນປະຈຳປີ 2023 ໄດ້ມີການກະກຽມຄວາມພ້ອມດ້ານສະຖານທີ່ຈັດງານໃນນັ້ນໄດ້ເຮັດຮົ້ວນໍາໃຊ້ ໄມ້ໄຜ່ອ້ອມສວນສະພັງເລນ ສວນໄຊເສດຖາ ແລະ ສວນດາວແດງ ປັດຈຸບັນກຳລັງຈັດຕັ້ງປະຕິບັດເພື່ອໃຫ້ ສຳເລັດກ່ອນຮອດງານບຸນ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນວ ໃຫ້ສຳພາດວັນທີ 30 ຕຸລາ 2023 ວ່າ: ຈາກການຖອດຖອນບົດຮຽນງານບຸນນະມັດສະການ ພະທາດຫຼວງວຽງຈັນປີຜ່ານມາທີ່ເຮັດຮົ້ວອ້ອມດ້ວຍຜ້າໄວນີ້ວເຫັນວ່າມີສີສັນສວຍງາມຂຶ້ນຕື່ມດັ່ງນັ້ນງານບຸນ ປີນີ້ຈຶ່ງໄດ້ມາປຶກສາຫາລືກັນກັບຫຼາຍພາກສ່ວນໂດຍເຫັນດີເປັນເອກະພາບກັນປ່ຽນແປງຮູບແບບໃໝ່ເຮັດ ຮົ້ວອ້ອມດ້ວຍນໍາໃຊ້ວັດຖຸດິບໄມ້ໄຜ່ທີ່ພາຍໃນເຮົາມີເພື່ອເຮັດໃຫ້ສະຖານທີ່ເຂດນີ້ມີຄວາມສວຍສົດງົດງາມ ເປັນການຕ້ອນຮັບກອງປະຊຸມອາຊຽນ ແລະ ປີທ່ອງທ່ອງທ່ຽວລາວ 2024 ການເຮັດຮົ້ວໄມ້ໄຜ່ແມ່ນມີ ຄວາມຍາວ 800 ແມັດ ແລະ ມີຄວາມສູງ 120-150 ຊັງຕີແມັດ ການເຮັດຮົ້ວແມ່ນເຮັດແບບຊົ່ວຄາວໃນ ໄລຍະບຸນນອກຈາກຄວາມສວຍງາມແລ້ວຍັງເປັນການປ້ອງກັນບໍ່ໃຫ້ຄົນທີ່ມາທ່ຽວງານບຸນຢຽບຫຍ້າຢຽບ ດອກໄມ້ຢູ່ໃນສວນ ແລະ ຂາຍເຄື່ອງຊະຊາຍຂອງຊາວຄ້າຂາຍຕື່ມອີກ ຮູບແບບຮົ້ວໄດ້ກຳນົດ 3 ຮູບແບບ ຄື: ແບບລຽບທົ່ວໄປ ແບບຮູບຈອມທາດ ແລະ ແບບໂຄ້ງ ພາຍຫຼັງເຮັດຮົ້ວສຳເລັດຈະໄດ້ນໍາເອົາຮູບພາບ ທີ່ເນັ້ນສະຖານທີ່ທ່ອງທ່ຽວທຳມະຊາດ ວັດທະນະທຳ ແລະ ປະຫວັດສາດ ໂລໂກ້ ແລະ ຄຳຂວັນ ຕ່າງໆເປັນພາສາລາວ ແລະ ພາສາອັງກິດກ່ຽວກັບອາຊຽນມາຕິດໃສ່ຮົ້ວທີ່ມີຂະໜາດຍາວ 3 ແມັດ ສູງ 1 ແມັດ ເຮັດຂອບດ້ວຍໄມ້ໄຜ່ໃຫ້ກົມກືນກັບຮົ້ວ ເຊິ່ງຮູບພາບແຕ່ລະຮູບຈະມີປ້າຍໂລໂກບໍລິສັດ 25 ບໍລິສັດ ສ່ວນງົບປະມານທີ່ມາເຮັດຮົ້ວນີ້ແມ່ນໄດ້ຮັບການອຸປະຖໍາຈາກບໍລິສັດທີ່ນໍາເອົາຮູບພາບມາຕິດໃສ່ ໂດຍຈະ ບໍ່ໄດ້ນໍາໃຊ້ງົບປະມານຂອງລັດ.

ແຫຼ່ງຂ່າວ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...