Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ລາວ-ໄທ ຮ່ວມເປີດສະຖານີລົດໄຟວຽງຈັນ ໄລຍະ II

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມເປີດສະຖານີລົດໄຟວຽງຈັນ ໄລຍະ II

Published on

ໃນວັນທີ 30 ເດືອນຕຸລາ 2023 ນີ້, ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮ່ວມພິທີເປີດສະຖານີລົດໄຟວຽງຈັນ (ຄໍາສະຫວາດ) ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II (ຕອນທີ 2) ໃນໂອກາດທີ່ທ່ານນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ເຊິ່ງໃນພິທີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II ໄດ້ຮັບການສະໜັບສະໜູນດ້ານການເງິນ ຈາກລັດຖະບານໄທ ໂດຍຜ່ານອົງການຮ່ວມມືພັດທະນາທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ ຫຼື NEDA ໃນຮູບແບບເງິນກູ້ຢືມດອກເບ້ຍຕໍ່າ ແລະ ຊ່ວຍເຫຼືອ ເປັນຈໍານວນເງິນທັງໝົດ 1.650 ລ້ານບາດ ລວມທັງ ຕອນທີ 1 ແລະ ຕອນທີ 2 ເປັນເງິນກູ້ຢືມ 70% ແລະ ຊ່ວຍເຫຼືອ 30%. ສໍາລັບໂຄງການ ກໍ່ສ້າງທາງລົດ ໄຟ ລາວ-ໄທ ໄລຍະ II (ຕອນທີ 2) ປະກອບມີວຽກກໍ່ສ້າງທາງລົດໄຟ ແຕ່ສະຖານີ ທ່ານາແລ້ງ ຫາສະຖານີວຽງຈັນ(ຄໍາສະຫວາດ) ມີຄວາມຍາວ 7,5 ກິໂລແມັດ, ວຽກກໍ່ສ້າງສະຖານີວຽງຈັນ, ວຽກກໍ່ສ້າງເຮືອນພັກພະນັກງານ, ວຽກກໍ່ສ້າງທາງເຂົ້າ ເຂດສະຖານີ ແລະ ເຂດເຮືອນພັກພະນັກງານ, ວຽກກໍ່ສ້າງທາງຕັດຜ່ານ, ທາງດິນແດງ (ສໍາລັບໃຫ້ປະຊາຊົນນໍາໃຊ້ ແລະ ສ້ອມແປງທາງລົດໄຟ) ແລະ ວຽກອື່ນໆຈໍານວນໜຶ່ງ ໂດຍກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ, ໄດ້ວ່າຈ້າງບໍລິສັດ ເອຊຽນ ອິນ ຈີເນຍຣິງ ຄອນຊາວເຕັນ (AEC) ແລະ ບໍລິສັດ LGE ຈາກ ລາວ ແລະ ໄທ ເປັນທີ່ປຶກສາຄວບຄຸມການກໍ່ສ້າງ ແລະ ວ່າຈ້າງບໍລິສັດ ເສີມສະຫງວນ ກໍ່ສ້າງ ຈໍາກັດ ຈາກໄທ ເປັນຜູ້ຮັບເໝົາກໍ່ສ້າງ. ໂຄງການນີ້, ໄດ້ເລີ່ມລົງມືກໍ່ສ້າງ ຕັ້ງແຕ່ເດືອນຕຸລາ 2019 ແລະ ສໍາເລັດລົງໃນເດືອນມິຖຸນາ 2022.

ອົງການຮ່ວມມືພັດທະນາທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ ກໍເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາ ແລະ ເປັນຜູ້ໃຫ້ການສະໜັບສະໜູນດ້ານການເງິນ ໃນການກໍ່ສ້າງທາງລົດໄຟ ເປັນຄັ້ງທີ 2 ແລ້ວ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ ຜູ້ປະກອບການ ສາມາດໃຊ້ບໍລິການການຂົນສົ່ງ ທາງລົດໄຟຫຼາຍຂຶ້ນ, ລວມທັງຊ່ວຍກະຕຸກຊຸກຍູ້ວຽກງານການທາງລົດໄຟ ຢູ່ ສປປ ລາວ ອີກດ້ວຍ. ຂະນະດຽວກັນ, ກະຊວງໂຍທາທິການ ແລະ ຂົນສົ່ງຈະໄດ້ສືບຕໍ່ຄຸ້ມຄອງ, ບູລະນະ, ຮັກສາ ແລະ ນໍາໃຊ້ສະຖານີວຽງຈັນ (ຄໍາສະຫວາດ) ກໍຄື ພື້ນຖານໂຄງລ່າງທາງລົດໄຟ ແລະ ສິ່ງອໍານວນຄວາມສະດວກຕ່າງໆ ໃຫ້ຍືນຍົງ ແລະ ມີປະສິດທິຜົນນັບແຕ່ນີ້ເປັນຕົ້ນໄປ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ນໍາພາ ທ່ານ ເສດຖາ ທະວີສິນ ພ້ອມດ້ວຍຄະນະທາງການຂອງສອງຝ່າຍ ຢ້ຽມຊົມທາງລົດໄຟ ແລະ ຮ່ວມເປີດປ້າຍສະຖານີລົດໄຟດັ່ງກ່າວ.

ແຫຼ່ງຂ່າວ ປະເທດລາວ

ພາບ ไทยคู่ฟ้า

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...