Homeຂ່າວພາຍ​ໃນອຸດົມໄຊແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ

ອຸດົມໄຊແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ

Published on

ໃນວັນທີ 23 ຕຸລາ 2023 ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງອຸດົມໄຊ ຂໍຖືເປັນກຽດຢ່າງສູງ ແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ ໃນຂອບເຂດທົ່ວແຂວງ ຢ່າງເດັດຂາດ; ຖ້າບຸກຄົນ, ນິຕິບຸກຄົນມີການເປີດຮ້ານໃຫ້ບໍລິການສັກລາຍຢູ່ບ້ານໃດ, ເມືອງໃດ ຂອງແຂວງອຸດົມໄຊ ກໍ່ໃຫ້ຢຸດຕິ ແລະ ປິດກິດຈະການດັ່ງກ່າວ ຢ່າງບໍ່ມີເງື່ອນໄຂ. ເພື່ອເປັນການປົກປັກຮັກສາຮີດຄອງປະເພນີຂອງ ປະຊາຊົນບັນດາເຜົ່າ ທັງເປັນການຊຸກຍູ້, ສົ່ງເສີມເອກະລັກວັດທະນະທໍາ ອັນດີງາມຂອງບັນດາເຜົ່າໃຫ້ຢູ່ຄູ່ຄົນລາວຕະຫຼອດໄປ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພຂອງສັງຄົມ ສາມາດຕິດຕາມ, ກວດກາ, ຄຸ້ມຄອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ຕາມກົດໝາຍໃຫ້ທັນກັບສະພາບການ.

ມອບໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ເປັນເຈົ້າການສົມທົບກັບຫ້ອງການ ສາລະນະສຸກເມືອງ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕິດຕາມ, ກວດກາ, ແກ້ໄຂ ແລະ ສະກັດກັ້ນການນໍາເຂົ້າອຸປະກອນສັກລາຍ, ສີ ຫຼື ນໍ້າຢາທີ່ນໍາໃຊ້ໃນການສັກລາຍທຸກປະເພດ ພ້ອມທັງຢຶດໄວ້ຫາກມີການກວດກາພົບເຫັນ ແລະ ປະຕິບັດມາດຕະການ ຕໍ່ຜູ້ລະເມີດຕາມລະບຽບ ກົດໝາຍ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...