Homeຂ່າວພາຍ​ໃນບຸນອອກພັນສາປະຈໍາປີ 2023 ບໍ່ຄຶກຄື້ນກວ່າທີ່ຜ່ານມາ

ບຸນອອກພັນສາປະຈໍາປີ 2023 ບໍ່ຄຶກຄື້ນກວ່າທີ່ຜ່ານມາ

Published on

ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທ່າວັດຈັນ ປະຈໍາປີ 2023 ບໍ່ຄຶກຄື້ນກວ່າທີ່ຜ່ານມາ ໂດຍພາຍໃນງານບໍ່ມີສຽງການໂຄສະນາຂອງສິນຄ້າ ຫຼື ສຽງດົນດີ ເນື່ອງຈາກເມື່ອບໍ່ດົນທີ່ຜ່ານມາ ທາງຮ້ານທີ່ຢູ່ໃນງານບຸນໄດ້ຖືກຂຽນບົດບັນທຶກ ວ່າດ້ວຍຜິດລະບຽບໃນການຈັດງານ.

ເຊິ່ງໃນບົດບັນທຶກນັ້ນໄດ້ລະບຸວ່າ ຫ້າມນຳໃຊ້ເຄື່ອງສຽງໂຄສະນາພາຍໃນງານບຸນໂດຍເດັດຂາດ, ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຢູ່ພາຍໃນງານບຸນ, ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ໂດຍເດັດຂາດ.

ຈາກຂໍ້ຫ້າມນີ້ ເຮັດໃຫ້ຜູ້ຄ້າຂາຍໃນງານບຸນຕ່າງບໍ່ພໍໃຈ ພ້ອມທັງມີຫາງສຽງປະຊາຊົນຈຳນວນບໍ່ໜ້ອຍຕໍ່ຜູ້ຈັດງານທີ່ຫ້າມເລື່ອງດັ່ງກ່າວ.

ທັ້ງນີ້ ມີຜູ້ຄ້າຂາຍຈຳນວນໜຶ່ງກໍໄດ້ອອກມາສະແດງຄວາມຄິດເຫັນຜ່ານວິດີໂອ ຮູບພາບ ແລະ ຂໍ້ຄວາມວ່າ ໃນການສັ່ງຫ້າມເລື່ອງແຈກຢາຍແຜ່ນເຈ້ຍໂຄສະນາ ແລະ ການເຕັນໂຊນາງສາວ ນັ້ນກໍພໍເຂົ້າໃຈທີ່ຈະຫ້າມ ແຕ່ການຫ້າມບໍ່ໃຫ້ນຳໃຊ້ເຄື່ອງສຽງໂຄສະນາພາຍໃນງານບຸນນັ້ນ ມັນເກືອບຈະເປັນໄປບໍ່ໄດ້ເລີຍ ເພາະງານບຸນປີໜຶ່ງມີພຽງຄັ້ງດຽງ ຜູ້ຄ້າຂາຍຕ່າງກໍລົງທຶນຫຼາຍ ແລະ ຕ້ອງການທີ່ຈະໂຄສະນາສິນຄ້າຂອງຕົນໃຫ້ແກ່ຜູ້ທີ່ມາທ່ຽວງານບຸນ.

ນອກນີ້ ກໍຍັງມີບາງຜູ້ຄ້າຂາຍທີ່ປະກາດຂາຍສະຖານທີ່ເຊົ່າຂອງຕົນໂດຍລະບຸວ່າ “ຂາຍຕໍ່ລາຄາຖືກ” ເພື່ອສະແດງເຖິງຄວາມບໍ່ພໍໃຈຂອງຕົນໃຫ້ແກ່ຜູ້ຈັດງານໄດ້ເຫັນ ຜູ້ຄ້າຂາຍຍັງໄດ້ລະບຸຕື່ມອີກວ່າ ກ່ອນໜ້າທີ່ຈະເຊົ່າສະຖານທີ່ ທາງຜູ້ຈັດສັນງານບໍ່ມີການແຈ້ງລ່ວງໜ້າ ກ່ຽວກັບມາຕະການຂໍ້ຫ້າມດັ່ງກ່າວ ແລະ ຖ້າຮູ້ວ່າເປັນແບບນີ້ ກໍຈະບໍ່ມີການເຊົ່າເກີດຂຶ້ນແນ່ນອນ.

ຢ່າງໃດກໍຕາມ ຍັງບໍ່ມີແຈ້ງການເພີ່ມເຕີມຈາກທາງຄະນະຜູ້ຈັດງານບຸນ ແລະ ຫວັງວ່າທາງຄະນະ ຈະຈັດການຍົກເລີກມາດຕະການດັ່ງກ່າວ ເພື່ອໃຫ້ງານບຸນກັບມາຄຶກຄື້ນຄືທຸກໆປີທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...