Homeຂ່າວຕ່າງປະເທດຊາວອາເມຣິກັນລຸກຮືປະທ້ວງ ເຫດບໍ່ສັ່ງຟ້ອງຕຳຫລວດ ຮັດຄໍຊາຍຜິວດຳຕາຍ!

ຊາວອາເມຣິກັນລຸກຮືປະທ້ວງ ເຫດບໍ່ສັ່ງຟ້ອງຕຳຫລວດ ຮັດຄໍຊາຍຜິວດຳຕາຍ!

Published on

Police Chokehold Death

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວາຜ່ານມານີ້ວ່າ ຜູ້ຄົນຈຳນວນຫລາຍ ໄດ້ອອກມາຊຸມນຸມປະທ້ວງ

ຕາມຖະໜົນຫົນທາງທີ່ມະຫານະຄອນນິວຢອກ ສະຫະລັດອາເມຣິກາ ຫລັງຈາກທີ່ຄະນະລູກຂຸນໃຫຍ່ ຕັດສິນໃຈບໍ່

ຕັ້ງຂໍ້ຫາໃດໆໃຫ້ແກ່ຕຳຫລວດຜິວຂາວ ທີ່ໃຊ້ແຂນຮັດຄໍຊາຍຜິວດຳ ໃນລະຫວ່າງການຈັບກຸມ ຈົນເປັນເຫດເຮັດ

ໃຫ້ເສຍຊີວິດ ເຊິ່ງນັບເປັນເຫດການທີ່ຄ້າຍຄືກັນກັບທີ່ເກີດຂຶ້ນໃນເມືອງເຟີກູສັນ ອັນນຳໄປສູ່ການປະທ້ວງຢ່າງກວ້າງ

ຂວາງໃນທົ່ວປະເທດ.

 

ແຫລ່ງຂ່າວໄດ້ລາຍງານວ່າ ກຸ່ມຜູ້ປະທ້ວງຫລາຍຮ້ອຍຄົນ ໄດ້ອອກມາຊຸມນຸມໃນສະຖານທີ່ຕ່າງໆ ພ້ອມທັງຮ້ອງເປັນ

ສຽງດຽວກັນວ່າ ” No justice, No peace ” ເຊິ່ງເປັນຄຳຂັວນດຽວກັນທີ່ໃຊ້ໃນການປະທ້ວງຢູ່ທີ່ເມືອງເຟີກູສັນ

ໂດຍທາງເຈົ້າໜ້າທີ່ຕຳຫລວດນິວຢອກໄດ້ກ່າວວ່າ ເຈົ້າໜ້າທີ່ໄດ້ຈັບກຸມຜູ້ປະທ້ວງໄປແລ້ວຢ່າງໜ້ອຍ 30 ຄົນ.

 

ທັງນີ້ ທ້າວ ເອຣິກ ກາເນີ ອາຍຸ 43 ປີ ຊາຍຜິວດຳຜູ້ເຄາະຮ້າຍ ໄດ້ເປັນຜູ້ຕ້ອງຫາຖານລັກລອບຄ້າຂາຍຢາສູບເຖື່ອນ

ເຊິ່ງຈາກຄຳໃຫ້ການຂອງເຈົ້າໜ້າທີ່ໄດ້ລະບຸວ່າ ທ້າວ ເອຣິກ ພະຍາຍາມຂັດຂືນການຈັບກຸມ ເຊິ່ງຈຳເປັນຕ້ອງໄດ້ຮັດ

ຄໍໄວ້ຈາກດ້ານຫລັງ ເຊິ່ງເປັນເຫດເຮັດໃຫ້ຜູ້ກ່ຽວຂາດອາກາດຫາຍໃຈ ແລະ ເສຍຊີວິດໃນທີ່ສຸດ.

 

Protesters march against the New York City grand jury decision to not indict in the death of Eric Garner in Oakland, California

People block the Lincoln Tunnel as they protest against the grand jury decision to not indict the police officer in the death of Eric Garner, in Manhattan, New York

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...