Homeຂ່າວພາຍ​ໃນນະຄອນຫລວງພະບາງ ຄຸ້ມຄອງປ້າຍໂຄສະນາ ໃຫ້ເຂົ້າສູ່ລະບຽບການ

ນະຄອນຫລວງພະບາງ ຄຸ້ມຄອງປ້າຍໂຄສະນາ ໃຫ້ເຂົ້າສູ່ລະບຽບການ

Published on

ທ່ານ ຄໍາຜຸຍ ສີຫານາດ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງພະບາງ ກ່າວວ່າ: ໃນໄລຍະມາຜ່ານ ຂະແໜງກ່ຽວຂ້ອງ ໃນນະຄອນຫລວງພະບາງ ໄດ້ເອົາໃຈໃສ່ການກວດກາ ປ້າຍໂຄສະນາຈຳນວນໜຶ່ງ ທີ່ບໍ່ຖືກຕ້ອງຕາມລະບຽບການ ເປັນຕົ້ນ ປ້າຍມີແຕ່ພາສາຕ່າງປະເທດ, ບາງປ້າຍພາສາຕ່າງປະເທດໃຫຍ່ກວ່າພາສາລາວ ແລະ ບາງປ້າຍການອອກແບບ, ສີ, ຂະໜາດ ບໍ່ຖືກຕ້ອງຕາມລະບຽບການ.

ໄລຍະ 9 ເດືອນຕົ້ນປີ 2023 ນີ້, ຄະນະຮັບຜິດຊອບດ້ານວິຊາການ ໄດ້ລົງກວດກາຂົງເຂດການຄຸ້ມຄອງ, ຕິດຕາມ, ກວດກາມີບັນດາຫ້າງຮ້ານ ທີ່ນໍາໃຊ້ປ້າຍໂຄສະນາ ເຫັນວ່າ ບໍ່ຖືກຕາມລະບຽບການ ໂດຍສະເພາະຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງຫລວງພະບາງ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງປ້າຍ ແລະ ປະດັບປະດາພາຍໃນນະຄອນ ຫລວງພະບາງເປັນຈໍານວນຫລາຍ, ເຊິ່ງບັນຫາດັ່ງກ່າວ ທາງຄະນະຮັບຜິດຊອບໄດ້ເຮັດບົດບັນທຶກ, ສຶກສາອົບຮົມ ແລະ ກ່າວເຕືອນຕໍ່ຜູ້ປະກອບການ ພ້ອມທັງຮື້-ຖອນ ປ້າຍໂຄສະນາທີ່ບໍ່ຖືກລະບຽບອອກ.

ທ່ານ ຄໍາຜຸຍ ສີຫານາດ ໃຫ້ຮູ້ຕື່ມວ່າ: ເພື່ອເປັນການຮອງຮັບນັກທ່ອງທ່ຽວ ທີ່ເຂົ້າມາໃນນະຄອນ ຫລວງພະບາງ ທາງຄະນະກຳມະການຮັບຜິດຊອບຈັດສັນ ຄວາມເປັນລະບຽບຮຽບຮ້ອບ ພາຍໃນນະຄອນ ຫລວງພະບາງ ກໍໄດ້ອຳນວຍຄວາມສະດວກ ຕໍ່ບັນດາຜູ້ປະກອບການທຸລະກິດ ໄດ້ເປີດກິດຈະການ-ການບໍລິການເປັນຈໍານວນຫລາຍ ເພື່ອຮອງຮັບບໍລິການນັກທ່ອງທ່ຽວທີ່ມາທ່ຽວຊົມ ເມືອງມໍລະດົກໂລກຫລວງພະບາງ ໂດຍມີການວາງລະບຽບການ ໃຫ້ທຸກຫົວໜ່ວຍທຸລະກິດ ຜູ້ປະກອບການ ປະຕິບັດກົດລະບຽບທີ່ວາງໄວ້ຢ່າງເຂັ້ມງວດ. ພ້ອມທັງຮຽກຮ້ອງໃຫ້ຜູ້ປະກອບການ ທັງພາກລັດ ແລະເອກະຊົນ ທີ່ນໍາໃຊ້ປ້າຍ ຈົ່ງໃຫ້ການຮ່ວມມື ໃນການຕິດຕັ້ງປ້າຍໃຫ້ຖືກຕ້ອງຕາມລະບຽບການ ເພື່ອເຮັດໃຫ້ນະຄອນ ຫວງພະບາງ ມີເປັນລະບຽບຮຽບຮ້ອຍ ແລະ ຄວາມງົດງາມ ຄ່ຽງຄູ່ກັບເມືອງມໍລະດົກໂລກຫລວງພະບາງ.

ທີ່ມາ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...