Homeຂ່າວຕ່າງປະເທດສະຫຼຸບຍອດຜູ້ເສຍຊີວິດມື້ທີ 16 ຂອງສົງຄາມ ລະຫວ່າງ ອິດສະຣາແອນ-ປາເລສໄຕ

ສະຫຼຸບຍອດຜູ້ເສຍຊີວິດມື້ທີ 16 ຂອງສົງຄາມ ລະຫວ່າງ ອິດສະຣາແອນ-ປາເລສໄຕ

Published on

ຈາກການຂັດແຍ່ງຕໍ່ສູ້ກັນຢ່າງຮຸນແຮງລະຫວ່າງ ອິດສະຣາແອນ ແລະ ກຸ່ມຕິດອາວຸດປາເລສໄຕ “ຮາມາສ” ທີ່ເກີດຂຶ້ນຕັ້ງແຕ່ວັນເສົາທີ 7 ຕຸລາ 2023 ເປັນຕົ້ນມາ ເຊິ່ງປັດຈຸບັນມາຮອດວັນທີ 23 ຕຸລາ 2023 ເປັນວັນທີ 16 ຂອງສົງຄາມ ມີຜູ້ເສຍຊີວິດລວມກັນທັງສອງຝ່າຍ ເພີ່ມຂຶ້ນຫຼາຍກວ່າ 6000 ຄົນ.

ຍອດຜູ້ເສຍຊີວິດ ກາຊາ- ປາເລສໄຕ ເສຍຊີວິດ 4,385 ຄົນ, ບາດເຈັບ 13,561 ຄົນ, ຫຼົງຖິ່ນ, ອົບພະຍົບ, ບໍ່ມີທີ່ຢູ່ອາໄສ 1,1 ລ້ານຄົນ ນັກຮົບຣາມາສ 1,000 ຄົນເສຍຊີວິດໃນພຶ້ນທີ່ອິສະຣາແອນ.

ເວສແບ້ງ ເສຍຊີວິດ 89 ຄົນ, ບາດເຈັບ 300 ຄົນ, ສ່ວນກຸ່ມສະໜັບສະໜູນ ເລບານອນ ເສຍຊີວິດ 31 ຄົນ.

ອິດສະຣາແອນ ເສຍຊີວິດແລ້ວກວ່າ 1,400+ ຄົນ, ບາດເຈັບ 4,834 ຄົນ, ຈຳນວນ 212+ ຖືກລັກພາຕົວ ແລະ ເປັນຕົວກັນ, ແຈ້ງສູນຫາຍ 100-200 ຄົນ, ອົບພະຍົບແລ້ວ 500,000 ຄົນ.

ປະເທດໄທ ເສຍຊີວິດ 31 ຄົນ, ບາດເຈັບ 16 ຄົນ, ຖືກຈັບເປັນຕົວປະກັນ 19 ຄົນ, ເດີນທາງກັບປະເທດແລ້ວ 2,319 ຄົນ ແລະ ຢູ່ຕໍ່ 116 ຄົນ.

ສຳລັບກຸ່ມສະໜັບສະໜູນ ປາເລສໄຕ ເດີນຂະບວນໃນຫຼາຍປະເທດ ສະຫະລັດ, ໂປແລນ, ອັງກິດ, ແລະ ເອີຮົບໃນຫຼາຍເມືອງອອສເຕເລຍ ລວມເຖິງປະເທດໄທ.

ທີ່ມາ: World Forum

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...