Homeຂ່າວພາຍ​ໃນຜົນສໍາເລັດກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ທີ່ລາວເປັນເຈົ້າພາບ

ຜົນສໍາເລັດກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ທີ່ລາວເປັນເຈົ້າພາບ

Published on

ກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງທີ 41 ທີ່ ສປປ ລາວ ເປັນເຈົ້າພາບ ພາຍໃຕ້ຄໍາຂັວນ “ເພີ່ມທະວີການເປັນຄູ່ຮ່ວມໃນການສົ່ງເສີມສັນຕິພາບ, ຄວາມສະຫງົບ ແລະ ຄວາມໝັ້ນຄົງ” ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 19 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ 3 ມື້ ໂດຍການເປັນປະທານ ຂອງ ທ່ານ ພົຕ ຄໍາກິ່ງ ຜຸ້ຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າຕໍາຫຼວດລາວ, ມີບັນດາຫົວໜ້າ ແລະ ຄະນະຜູ້ແທນຈາກປະເທດສະມາຊິກຕໍາຫຼວດອາຊຽນ, ຄູ່ເຈລະຈາ ແລະ ປະເທດສັງເກດການເຂົ້າຮ່ວມ.

ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ຄັ້ງນີ້ ມີກອງປະຊຸມປິ່ນອ້ອມສໍາຄັນ ເປັນຕົ້ນກອງປະຊຸມຄະນະບໍລິຫານງານຕໍາຫຼວດອາຊຽນ ຄັ້ງທີ 12, ກອງປະຊຸມປຶກສາຫາລືສະເພາະຫົວໜ້າຄະນະຜູ້ແທນຕໍາຫຼວດອາຊຽນ, ກອງປະຊຸມປຶກສາຫາລືຂອງຫົວໜ້າຄະນະຜູ້ແທນຕໍາຫຼວດອາຊຽນ ແລະ ຄູ່ເຈລະຈາ. ນອກນີ້, ຍັງມີບັນດາກອງປະຊຸມຄະນະອານຸກໍາມະການ, ກອງປະຊຸມວິຊາການຈໍານວນໜຶ່ງ ແລະ ຍັງມີການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຕໍາຫຼວດລາວ ກັບ ບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ ແລະ ປະເທດສະມາຊິກຕໍາຫຼວດອາຊຽນດ້ວຍກັນ, ພົບປະລະຫວ່າງ ປະເທດສະມາຊິກອາຊຽນ ກັບ ປະເທດຄູ່ຮ່ວມເຈລະຈາຕື່ມອີກ, ໃນໂອກາດກ່າວປິດກອງປະຊຸມຢ່າງເປັນທາງການ ທ່ານ ພົຕ ຄໍາກິ່ງ ຜຸ້ຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າຕໍາຫຼວດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມພະຍາຍາມຂອງຄະນະຮັບຜິດຊອບຈັດກອງປະຊຸມ, ກອງເລຂາຕໍາຫຼວດອາຊຽນ ແລະ ອານຸກໍາມະການທີ່ກ່ຽວຂ້ອງ ທີ່ເຮັດວຽກງານດ້ວຍຄວາມຮັບຜິດຊອບສູງ ໃນການປະກອບສ່ວນໃຫ້ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ມີຜົນສໍາເລັດຢ່າງໜ້າພູມໃຈ.

ໃນໄລຍະ 3 ວັນ ບັນດາຄະນະຜູ້ແທນຫົວໜ້າຕໍາຫຼວດອາຊຽນ ໄດ້ປຶກສາຫາລືກັນກ່ຽວກັບ ຂໍ້ສະເໜີ ແລະ ຍຸດທະສາດ ໃນການຕ້ານອາຊະຍາກໍາຂ້າມຊາດທຸກຮູບແບບ ເພື່ອຫຼຸດຜ່ອນໄພຂົ່ມຂູ່ທີ່ເປັນຜົນກະທົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນ. ພ້ອມດຽວກັນນີ້, ບັນດາປະເທດສະມາຊິກຕໍາຫຼວດອາຊຽນ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ພ້ອມທັງກໍານົດທິດທາງແຜນການຮ່ວມມື ໃນການຕ້ານອາຊະຍາກໍາ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມອື່ນໆ ໃນການສ້າງຄວາມເຂັ້ມແຂງໃຫ້ກໍາລັງຕໍາຫຼວດ.

ໃນກອງປະຊຸມຄັ້ງນີ້ຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນລົງນາມຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງທີ 41 ແລະ ມອບ-ຮັບສັນຍາລັກຂອງຕໍາຫຼວດອາຊຽນ ເພື່ອເປັນເຄື່ອງໝາຍໃຫ້ແກ່ປະທານກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງທີ 42 ທີ່ຕໍາຫຼວດປະເທດມຽນມາ ຈະເປັນເຈົ້າພາບຈັດຂຶ້ນໃນປີ 2024.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...