Homeຂ່າວພາຍ​ໃນສະຫຼຸບທ້າຍໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຄໍາມ່ວນ

ສະຫຼຸບທ້າຍໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຄໍາມ່ວນ

Published on

ໃນວັນທີ 18 ຕຸລາ 2023 ຈັດກອງປະຊຸມ ສະຫຼຸບທ້າຍໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ແຂວງຄໍາມ່ວນ ສປປ ລາວ (ໄລຍະ V) ທີ່ຈັດຕັ້ງປະຕິບັດໂດຍ ອົງການເກັບກູ້ລະເບີດແມັກ.

ທ່ານ ສີວອນ ວັນວິໄລ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈໍາແຂວງຄໍາມ່ວນ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໂຄງການເກັບກູ້ລະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ແຂວງຄໍາມ່ວນ ໄດ້ຮັບທຶນສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງສະຫະລາຊາອານາຈັກອັງກິດ ດ້ວຍງົບປະມານຈຳນວນ 436.277 ໂດລາສະຫະລັດ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ເມສາ – ກັນຍາ 2023 ໂດຍໄດ້ດໍາເນີນການກວດກູ້ລະເບີດ ຢູ່ 6 ບ້ານເປົ້າໝາຍຂອງເມືອງ ຍົມມະລາດ ແລະ ເມືອງ ບົວລະພາ: ຜ່ານການຈັດຕັ້ງປະຕິບັດ ສາມາດກວດກູ້ລະເບີດອອກຈາກເນື້ອທີ່ດິນ ໄດ້ທັງໝົດ 467.855 ຕາແມັດ, ລະເບີດທີ່ພົບເຫັນ ແລະ ທໍາລາຍມີ 418 ໜ່ວຍ (ໂບມໃຫຍ່ 2 ໜ່ວຍ, ໂບມບີ 382 ໜ່ວຍ ແລະ ຊະນິດອື່ນໆ 34 ໜ່ວຍ).

ໂອກາດດັ່ງກ່າວກອງປະຊຸມຄັ້ງນີ້ ຍັງໄດ້ມອບໃບຢັ້ງຢືນການກວດກູ້ລະເບີດອອກຈາກພື້ນທີ່ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ບັນດາຕາງໜ້າການຈັດຕັ້ງບ້ານ ທີ່ນອນໃນເປົ້າໝາຍຂອງໂຄງການ ຕື່ມອີກ.

ແຫຼ່ງຂ່າວ Khammouane News

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...