Homeຂ່າວພາຍ​ໃນ ທຳລາຍສິນຄ້າໜີພາສີເປັນຈຳນວນຫລາຍ

ທຳລາຍສິນຄ້າໜີພາສີເປັນຈຳນວນຫລາຍ

Published on

thamlai

 

ໜ່ວຍງານຕ້ານ ແລະ ສະ ກັດກັ້ນສີນຄ້າລັກລອບໜີພາສີ ກະຊວງການເງິນ, ໄດ້ທຳລາຍ ສີນຄ້າລັກລອບໜີພາສີ

ຈຳນວນ ຫລາຍລາຍການຄື: ຈັກສະຕິນ 178 ເຄື່ອງ, ອາໄຫລ່ຈັກຕັດໄມ້ 28 ແກັດ, ໂສ້ຈັກຕັດໄມ້ 400 ເສັ້ນ, ໃບເລື່ອຍ

144 ໃບ, ຕູ້ເກມ 5 ໜ່ວຍ, ປື້ມວາລະສານ 98 ແກັດ, ຢາປົວພະຍາດ 70 ແກັດ, ໂທລະພາບ 5 ໜ່ວຍ, ເຄື່ອງສາກ

ໝໍ້ໄຟ 17 ໜ່ວຍ, ອຸປະກອນໄຟ ຟ້າ 31 ລາຍ ການ ແລະ ອື່ນໆ ລວມ ມູນຄ່າປະມານ 233 ລ້ານກວ່າ ກີບ, ໂດຍສິນຄ້າ

ດັ່ງກ່າວ ແມ່ນເຈົ້າໜ້າທີ່ພາສີຍຶດໄດ້ແຕ່ປີ 2008 – 2013 ແລະ ບໍ່ມີເຈົ້າຂອງມາ ພົວພັນເອົາຈຶ່ງໄດ້ນຳມາທຳລາຍຖິິ້ມ.

 

ທ່ານ ທອງພັດ ລາດຊະວົງ ຮອງພະແນກຕ້ານ ແລະ ສະກັດ ກັ້ນສິນຄ້າໜີພາສີ ກ່າວວ່າ: ໃນ ໄລຍະຜ່ານມາ, ເຈົ້າໜ້າ

ທີ່ ພາສີ ກໍໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນ ການຈັດຕັ້ງປະຕິບັດໜ້າທີ່ກໍຄື ການປະຕິບັດກົດໝາຍວ່າດ້ວຍ ພາສີຢ່າງ

ເຂັ້ມງວດແນ ໃສ່ໃຫ້ຜູ້ ປະກອບການດຳເນີນທຸລະກິດ ນຳເຂົ້າສິນຄ້າຖືກຕ້ອງຕາມລະບຽບກົດໝາຍພ້ອມທັງຈຳກັດ

ຜູ້ລະເມີດແລະຮັບປະກັນໃຫ້ສັງຄົມ ມີຄວາມຍຸຕິທຳ, ແຕ່ປາກົດວ່າສະພາບການລັກລອບໜີພາສີ ຂອງຜູ້ນຳເຂົ້າສີນ

ຄ້າຍັງເກີດມີ ໃຫ້ເຫັນແຜ່ ຫລາຍຢູ່ ແລະ ມີຫລາຍ ຮູບແບບຄືລັກລອບຂົນສົ່ງມານຳລົດໂດຍສານ, ຫຸ້ມຫໍ່ປະປົນມາ

ນຳສິນຄ້າເຄື່ອນຍ້າຍອື່ນໆ. ໂດຍສີນຄ້າທີ່ລັກລອບໜີພາສີສ່ວນ ຫລາຍແມ່ນປະເພດ ເກືອດຫ້າມ, ລະເມີດຊັບສີນ

ທາງປັນຍາ ແລະ ລັດຈຳກັດ ອື່ນໆ, ເຊິ່ງຖືວ່າເປັນອາດຊະຍາ ກຳທາງເສດຖະ ກິດທີ່ຈະຕ້ອງໄດ້ມີມາດຕະການແກ້ໄຂ

ຢ່າງເຂັ້ມງວດ.

 

ພິທີທຳລາຍສີນຄ້າດັ່ງກ່າວ ມີຂຶ້ນໃນວັນທີ 28 ພະຈິກຜ່ານ ມາ, ຢູ່ສະໜາມຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະຄອນ

ຫລວງວຽງຈັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...