Homeຂ່າວຕ່າງປະເທດ"ເປັບເປີ ເອັກສ໌" ໝາກເຜັດທີ່ເຜັດທີ່ສຸດໃນໂລກ

“ເປັບເປີ ເອັກສ໌” ໝາກເຜັດທີ່ເຜັດທີ່ສຸດໃນໂລກ

Published on

The Guinness Book of World Records ຮັງຮອງສະຖິຕິຢ່າງເປັນທາງການໃຫ້ໝາກເຜັດ “ເປັບເປີ ເອັກສ໌” Pepper X ເປັຍໝາກເຜັດທີ່ເຜັດທີ່ສຸດໃນໂລກ ທີ່ລະດັບ 2,693 ລ້ານສະກໍວິວ (Scoville Heat Units).

ໃນວັນທີ 16 ຕຸລາ 2023 The Guinness Book of World Records ຮັງຮອງເອົາຢ່າງເປັນທາງການໃຫ້ໝາກເຜັດ ສາຍພັນ ເປັບເປີ ເອັກສ໌ ຫຼື Pepper X ເປັນໝາກເຜັດທີ່ເຜັດທີ່ສຸດໃນໂລກ ທີ່ລະດັບ 2,693 ລ້ານສະກໍວິວ (Scoville Heat Units) ເຊິ່ງເປັນຫົວໜ່ວຍວັດລະດັບຄວາມເຜັດ ໂດຍເຜັດຫຼາຍກວ່າໝາກເຜັດສາຍພັນແຄໂຣໄລນາ (Carolina Reaper) ທີ່ເປັນເຈົ້າຂອງສະຖິຕິເກົ່າ ທີ່ມີຄວາມເຜັດ 1,64 Scoville Heat Units.

ເປັບເປີ ເອັກສ໌ ເປັນໝາກເຜັດທີ່ໄດ້ຮັບການດັດແປງສາຍພັນ ແລະ ປູກຂຶ້ນໂດຍ ເອັດ ຄູລີ ຜູ້ກໍ່ຕັ້ງບໍລິສັດ ພັກເກີບັດ ເປັບເປີ ໃນສະຫະລັດອາເມຣິກາ ທີ່ເປັນຜູ້ຊ່ຽວຊານດ້ານການປູກໝາກເຜັດທີ່ມີຄວາມເຜັດລະດັບໂລກ ແລະ ເປັນເຈົ້າຂອງໝາກເຜັດສາຍພັນແຄໂຣໄລນາ.

ທັ້ງນີ້ ເອັດ ຄູລີ ໄດ້ທົດສອບດ້ວຍຕົວລາວເອງພົບວ່າ ເມື່ອກິນ ເປັບເປີ ເອັກສ໌ ເຂົ້າໄປກໍຮູ້ສຶກເຖິງຄວາມເຜັດຮ້ອນໃນປາກຢູ່ເປັນເວລາດົນກວ່າ 3 ຊົ່ວໂມງເຄິ່ງເຖິງຈະເຊົາເຜັດ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...