Homeຂ່າວຕ່າງປະເທດVinFast ສົ່ງລົດແທັກຊີໄຟຟ້າ ຈຳນວນ 150 ຄັນມາລາວແລ້ວ

VinFast ສົ່ງລົດແທັກຊີໄຟຟ້າ ຈຳນວນ 150 ຄັນມາລາວແລ້ວ

Published on

VinFast ຜູ້ຜະລິດລົດສັນຊາດຫວຽດນາມ ສົ່ງລົດແທັກຊີ ຈຳນວນ 150 ຄັນມາລາວ ເພື່ອເປີດບໍລິການລົດແທັກຊີໄຟຟ້າ.

ທັ້ງນີ້ ບໍລິສັດຫວັງທີ່ຈະແຂ່ງກັບບໍລິສັດລາຍໃຫຍ່ດ້ານລົດໄຟຟ້າກໍຄື Tesla ແລະ ກຳລັງພະຍາຍາມທີ່ຈະຂະຫຍາຍຕະຫຼາດຢູ່ຕ່າງປະເທດ.

ບໍລິການແທັກຊີ່ໃນລາວ ດຳເນີນການໂດຍບໍລິສັດ Green and Smart Mobility (GSM) ເຊິ່ງມີບໍລິສັດແມ່ເປັນບໍລິສັດດຽວກັນກັບ VinFast ນັ້ນກໍຄືກຸ່ມບໍລິສັດ Vingroup.

Nguyen Van Thanh ເປັນ CEO ຂອງ GSM ກ່າວວ່າ: ລາວເປັນຈຸດເລີ່ມຕົ້ນທີ່ດີຂອງບໍລິສັດ ທີ່ຈະຂະຫຍາຍທຸລະກິດໄປສູ່ລະດັບສາກົນ ໂດຍຕັ້ງເປົ້າໝາຍທີ່ຈະສົ່ງເສີມລົດໄຟຟ້າຂອງຫວຽດນາມສູ້ຜູ້ບໍລິໂພກທົ່ວໂລກ.

ການປະກາດດັ່ງກ່າວ ເກີດຂຶ້ນຫຼັງການເປີດຕົວບໍລິການແທັກຊີໄຟຟ້າຂອງ Vingroup ໃນຫວຽດນາມໃນເດືອນເມສາ ທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...