spot_img
Homeຂ່າວທ້ອງຖິ່ນລົດບໍ່ໄດ້ຄາຮອດ 5 ມື້!

ລົດບໍ່ໄດ້ຄາຮອດ 5 ມື້!

Published on

ຊີ້ແຈງກໍລີນີມີບຸກຄົນທີ່ໂພດລົງສື່ສັງຄົມອ່ອນລາຍ ວ່າມີລົດຄາເປັນເວລາ 5 ວັນ ຢູ່ເສັ້ນທາງເລກທີ 13 ເໜືອ ແຕ່ເມືອງກາສີ ແຂວງວຽງຈັນ ຫາ ເມືອງພູຄູນ ແຂວງຫຼວງພະບາງ ແມ່ນບໍ່ມີຄວາມຈິງ.

ອີງຕາມການລາຍງານຂອງ ທ່ານ ພັທ ພູວັນນີ ຫຼິນວັນນະລາດ ຫົວໜ້າພະ ແນກຕໍາຫຼວດຈະລະຈອນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ກ່າວວ່າ ໃນໄລຍະຜ່ານມາເຈົ້າໜ້າທີ່ພວກເຮົາໄດ້ລົງລະບາຍການສັນຈອນຢ່າງຕັ້ງໜ້າລົງຕິດຕາມກວດກາຕາມເສັ້ນທາງເລກທີ 13 ເໜືອ, ເຊິ່ງເປັນເສັ້ນທາງຍຸດທະສາດ ແລະ ເປັນເສັ້ນທາງເມືອງຕໍ່ເມືອງ, ແຂວງຕໍ່ແຂວງ, ນອກນັ້ນຍັງເປັນເສັ້ນທາງອອກສູ່ຕ່າງປະເທດ. ສະພາບການສັນຈອນໄປມາຂອງຍານພາຫະນະນັບມື້ເພີ່ມຂື້ນເປັນຈໍານວນຫຼວງຫຼາຍເຊັ່ນ: ລົດບັນທຸກສິນຄ້າຜ່ານແດນ ແລະ ລົດຂົນສົ່ງແຮ່ທາດຕ່າງໆ ເສັ້ນທາງຂອບເຂດເມືອງກາສີ ແຕ່ຊາຍແດນເມືອງວັງວຽງຫາເມືອງພູຄູນ ສະພາບເສັ້ນທາງແມ່ນມີການເປ່ເພຫຼາຍຈຸດ ເຊິ່ງເປັນບວກ, ເປັນຂຸມ ບວກກັບຊ່ວງລະດູຝົນເວລາຝົນຕົກນໍ້າໄດ້ໄຫຼເຊາະເຈື່ອນດິນລົງມາຖົມໃສ່ຄອງລະບາຍນໍ້າຕາມແຄມທາງເຮັດໃຫ້ນໍ້າໄດ້ໄຫຼໃສ່ເສັ້ນທາງ ແລະ ເຮັດໃຫ້ເສັ້ນທາງມີການເປ່ເພເປັນຈໍານວນຫຼາຍຈຸດ ແລະ ທາງເຈື່ອນເປັນບາງຈຸດ, ເສັ້ນທາງແຕ່ຊາຍແດນເມືອງ ວັງວຽງ ຮອດ ເມືອງ ກາສີ ແມ່ນເປັນບວກເປັນຂຸມຫຼາຍ ແຕ່ບໍ່ເຖິງຂັ້ນລົດຕິດ-ລົດຄາ ພໍໄປມາໄດ້ສະດວກ, ສ່ວນເສັ້ນທາງແຕ່ເມືອງກາສີຫາຊາຍແດນເມືອງພູຄູນ ສະພາບເສັ້ນທາງເປັນທາງພູດອຍສູງຊັນ, ທາງແຄບ, ທາງໂຄ້ງເປັນບວກ, ເປັນຂຸມ ບາງຈຸດຖືກນໍ້າເຊາະເຈື່ອນເປັນຂຸມເລິກເຮັດໃຫ້ລົດຂື້ນພູບໍ່ໄດ້ ເຊິ່ງເປັນຕົ້ນເຫດເຮັດໃຫ້ລົດຄາໄດ້ແກ່, ໄດ້ດຶງ, ລົດທີ່ສັນຈອນໄປມາໄດ້ຈອດລໍຈົນກວ່າລົດທີ່ຄາຂື້ນໄດ້ຈຶ່ງສາມາດໄປໄດ້ ສະເພາະລົດທີ່ຕໍ່າເປັນຕົ້ນແມ່ນປະເພດລົດເກງແມ່ນບໍ່ສາມາດໄປມາໄດ້, ສ່ວນຫຼາຍລົດຕໍ່າແມ່ນໄດ້ນໍາໃຊ້ເສັ້ນທາງກາສີ-ເມືອງນານ ສະເພາະລົດບັນທຸກໜັກແມ່ນທາງບໍລິສັດສ້ອມແປງທາງກາສີ-ເມືອງນານ ບໍ່ອະນຸຍາດໃຫ້ນໍາໃຊ້ເສັ້ນທາງດັ່ງກ່າວ. ໃນໄລຍະຜ່ານມາພວກເຮົາໄດ້ນໍາເອົາກໍາລັງລົງລະບາຍການສັນຈອນເປັນຈໍານວນ 06 ຄັ້ງ,ມີ 18 ແຮງງານ, ບາງຈຸດແມ່ນໃຊ້ເວລາຮອດ 02 ວັນ, ຈຸດທີ່ລົດຄາເຊັ່ນ: ຈຸດທີ 1 : ໂຄ້ງບ້ານ ນໍ້າແກ່ນ ຫຼັກກິໂລແມັດ 235, ຈຸດທີ 2 : ໂຄ້ງບ້ານ ຜາເຈົ້າ ຫຼັກກິໂລແມັດ 225, ຈຸດທີ 3 : ໂຄ້ງບ້ານ ແກ່ວກ້ວາງ ຫຼັກກິໂລແມັດ 238, ຈຸດທີ 4 : ໂຄ້ງບ້ານ ຫີນໂງ່ນ ຫຼັກກິໂລແມັດ 247.

ແຕ່ລະຈຸດທີ່ເຮັດໃຫ້ລົດຄາຍ້ອນວ່າສະພາບເສັ້ນທາງເປັນທາງໂຄ້ງ, ທາງແຄບ ແລະ ຂື້ນພູຊັນ, ຂຸມເລິກ ບວກກັບສະພາບອາກາດຝົນຕົກ ເຮັດໃຫ້ທາງມື່ນ ຈຶ່ງເຮັດໃຫ້ການສັນຈອນໄປມາຂອງຍານພາຫະນະພົບກັບຄວາມຫຍຸ້ງຍາກ ກ່ຽວກັບເຫດການລົດຕິດຢູ່ຫຼັກກິໂລແມັດ 238 ຂອບເຂດບ້ານ ແກ່ວກ້ວາງ ຂອງວັນທີ09/10/2023 ຕາມບຸກຄົນທີ່ໄດ້ຖ່າຍວີດີໂອແລ້ວໂພດລົງໂຊຊ່ຽວວ່າລົດຕິດຢູ່ເຂດດັ່ງກ່າວເປັນເວລາ 05 ມື້ ບໍ່ສາມາດສັນຈອນໄປມາໄດ້ ແມ່ນບໍ່ມີຄວາມຈິງ ຕາມທີ່ສື່ສັງຄົມອອນລາຍໄດ້ໂພດລົງໂຄສະນານັ້ນ ສ່ວນທີ່ວ່າລົດຕິດນັ້ນແມ່ນຕິດແທ້ ຜ່ານມາແມ່ນຕິດ 1-2 ຊົ່ວໂມງ ກໍ່ສາມາດສັນຈອນໄປມາໄດ້, ສ່ວນຕອນເຊົ້າຂອງວັນທີ 09 ແຕ່ເວລາ 06:00 – 11:00 ໂມງແມ່ນລົດໄດ້ຕິດເປັນຈໍານວນຫຼວງຫຼາຍເພາະມີລົດຄາ, ບວກໃສ່ສະພາບເສັ້ນທາງ, ທາງມື່ນຝົນໄດ້ຕົກຕອນເຊົ້າລົດບໍ່ສາມາດຂື້ນພູໄດ້ ຈາກນັ້ນຫ້ອງການ ຍທຂ ເມືອງກາສີ ຈຶ່ງໄດ້ນໍາເອົາກົນຈັກລົງໄປແກ້ໄຂ ແລ້ວກໍ່ສາມາດສັນຈອນໄປມາໄດ້ເປັນປົກກະຕິ.

ສ່ວນລົດທີ່ຕິດແມ່ນຕົກມາຮອດຕອນແລງເວລາປະມານ 17:00-18:00 ໂມງ ກໍ່ສາມາດສັນຈອນໄປມາໄດ້ເປັນປົກກະຕິ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...