Homeຂ່າວການຊ່ວຍເຫຼືອລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ

ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ

Published on

ລັດຖະບານຍີ່ປຸ່ນ ຢືນຢັນຈະໃຫ້ການສະໜັບສະໜັບ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງໜັກແໜ້ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກ ຂະນະທີ່ການພົວພັນຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ພາຍໃຕ້ຂອບການຮ່ວມມືທີ່ເປັນໂຄງການ ໃໝ່ທີ່ພວມສຶກສາ ແລະ ຄົ້ນຄວ້າ ຄາດວ່າ ຍີ່ປຸ່ນ ຈະຊ່ວຍເຫລືອດ້ານການຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ, ລະດົມການລົງທຶນຈາກຍີ່ປຸ່ນມາລາວ, ພິເສດຈະສະໜັບສະໜູນ ສປປ ລາວໃນໂອກາດເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ເປີດປີທ່ອງທ່ຽວ 2024.

ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດງານພົບປະລະຫວ່າງສື່ມວນຊົນລາວ-ກະຊວງການຕ່າງປະເທດຍີ່ປຸ່ນ ໃນວັນທີ 11 ຕຸລາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ມາກິ ໂຄບາຢາຊິ ໂຄສົກກະຊວງການຕ່າງປະເທດ, ຄະນະບັນນາທິການຈາກສໍານັກຂ່າວສານປະເທດລາວ, ໜັງສືພິມປະຊາຊົນ, ໜັງພິມວຽງຈັນທາມ, ໜັງສືພິມເສດຖະກິດ-ສັງຄົມ, ໜັງສືພິມວຽງຈັນໃໝ່ ເຊິ່ງການພົບປະຄັ້ງນີ້ ເພື່ອແລກປ່ຽນຄວາມຄິດຄວາມເຫັນ ແລະ ຮັດແໜ້ນສາຍພົວພັນການຮ່ວມມື ລວມທັງຊອກຫາຊ່ອງທາງ ການຮ່ວມມືໃໝ່ໆໃນຕໍ່ໜ້າ ຢ່າງມີຜົນສຳເລັດ.

ທ່ານ ນາງ ມາກິ ໂຄບາຢາຊິ ໂຄສົກກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ຕົນເອງໄດ້ຕິດຕາມຄະນະຜູ້ແທນຍີ່ປຸ່ນ, ນໍາໂດຍ ທ່ານ ນາງ ຄາມິກາວະ ໂຢໂກະ (Ms. KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ຕຸລາ 2023 ແລະ ຖືໂອກາດສໍາຄັນພົບປະສື່ມວນຊົນລາວ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືອັນດີງາມ ຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງຍີ່ປຸ່ນ-ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ລວມທັງເປັນການສະເຫລີມສະ ຫລອງ ການພົວພັນ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແລະ ລັດຖະບານຍີ່ປຸ່ນ ກໍຢືນຢັນສະໜັບສະໜູນ ສປປ ລາວ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນປີ 2024 ພ້ອມຈະສືບຕໍ່ຊ່ວ່ຍເຫລືອ ສປປ ລາວ ໃນຫລາຍໂຄງການ ທັງໂຄງການທີ່ມີຢູ່ແລ້ວ ແລະ ໂຄງການໃໝ່ ໂດຍສະເພາະວຽກງານການປ່ຽນແປງດິນຟ້າອາກາດ, ການດຶງດູດການລົງທຶນເຂົ້າມາລາວ ແລະ ອື່ນໆ. ປັດຈຸ ບັນ, ມີຫລາຍກວ່າ 160 ບໍລິສັດຂອງຍີ່ປຸ່ນ ມາລົງທຶນໃນ ສປປ ລາວ ເຊິ່ງຈັດເປັນອັນດັບທີ 6 ຂອງການລົງທຶນຕ່າງປະເທດໃນ ສປປ ລາວ.

ຈາກອະດີດເຖິງປັດຈຸບັນ, ຍີ່ປຸ່ນ ຍັງເປັນປະເທດອັນດັບຕົ້ນໆ ທີ່ໃຫ້ການຊ່ວຍເຫລືອລ້າແກ່ ສປປ ລາວ ເປັນຕົ້ນ ການພັດທະນາການສຶກສາ, ຂະແໜງກະສິກໍາ, ສາທາລະນະສຸກ, ເກັບກູ້ລະເບີດ, ສະໜອງອາສາສະໝັກ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...