Homeຂ່າວເຫດການຫຼາຍບັນຫາສຳຄັນຂອງຊາດ ຫາລືໃນກອງປະຊຸມຄະນະປະຈຳສະພາ

ຫຼາຍບັນຫາສຳຄັນຂອງຊາດ ຫາລືໃນກອງປະຊຸມຄະນະປະຈຳສະພາ

Published on

20141203091416

 

ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະຈຳ​ເດືອນພະຈິກ 2014 ຈັດ​ຂຶ້ນ​ລະຫວ່າງວັນທີ 3-4 ທັນວາ 2014 ທີ່​ສະພາ

ແຫ່ງ​ຊາດ ໂດຍ​ເປັນ​ປະທານ​ຂອງທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານສະພາ​ແຫ່ງ​ຊາດ ເຊິ່ງ​ຜູ້​ເຂົ້າ​ຮ່ວມໄດ້​ປຶກສາ​ຫາລື​ໃນ

​ຫຼາຍ​ບັນຫາ​ສຳຄັນ​ຂອງ​ຊາດ ເປັນຕົ້ນ​ແມ່ນ ວຽກງານ​ການ​ກຽມ​ຄວາມ​ພ້ອມ​ຮອບດ້ານ​ ວຽກ​ງານ​ຈັດ​ກອງ​ປະຊຸມ​ສະ

ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ.

 

ສຳລັບ​ກອງ​ປະຊຸມ​ຄັ້ງ​ນີ້ ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ແລະ ປະກອບ​ຄຳ​ຄິດ​ເຫັນ ໃສ່​ບົດ​ລາຍ​ງານ​ຂອງ​ຫ້ອງ​

ວ່າການ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບການເຄື່ອນໄຫວ​ວຽກ​ງານ 6 ເດືອນ​ທ້າຍ​ປີ 2014 ແລະ ທິດ​ທາງ​ວຽກ​ງານ 6 ເດືອນ​

ຕົ້ນ​ປີ 2015 ຂອງ​ຄະນະ​ປະຈຳ​ສະພາແຫ່ງ​ຊາດ ​ຕໍ່​ກອງ​ປະຊຸມ​ສະໄໝສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງຊາດ ຊຸດ​ທີ 7

ຜ່ານ​ແບບ​ໂຄງການ​ປຸກ​ສ້າງ​ຕຶກ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ ຕັ້ງ​ທີ 7 ແຂວງ​ໄຊ​ຍະ​ບູ​ລີ ບົດລາຍ​

ງານ​ຂອງ​ອົງການ​ກວດ​ສອບແຫ່ງ​ລັດ ກ່ຽວ​ກັບ​ຄວາມ​ຄືບ​ໜ້າ ຜົນ​ການ​ກວດ​ສອບ​ບົດ​ສະຫຼຸບຂາດ​ຕົວ ​ການຈັດຕັ້ງ​

ປະຕິບັດ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2012-2013 ວຽກ​ງານ​ພິຈາລະນາ​ແຕ່ງຕັ້ງ​ຮອງ​ຫົວໜ້າ​ອົງການ​ກວດສອບ​ແຫ່ງ​

ລັດ ປະຈຳ​ພາກ​ເໜືອ ບົດ​ລາຍ​ງານ​ຂອງ​ກະຊວງ​ແຮງງານ ແລະ ສະຫວັດດີ​ການ-ສັງຄົມ ກ່ຽວ​ກັບ​ການ​ພັດທະນາ​ສີມື

ແຮງ​ງານ ການ​ຂາດແຄນ​ແຮງງານ ແລະ ມາດ​ຕະການ​ໃນ​ການຄຸ້ມ​ຄອງ​ແຮງ​ງານ​ພາຍ​ໃນ ແລະ ຕ່າງປະເທດ ບົດ​

ລາຍ​ງານ​ກ່ຽວກັບ​ຕາຕະລາງ​ການ​ຈັດ​ແບ່ງ​ງົບປະມານ ສົກ​ປີ 2014-2015 ແລະ ຜົນ​ການ​ດັດແກ້​ງົບປະມານ ສົກ​ປີ

2013-2014 ຜ່ານ​ມາຂອງ​ກະຊວງ​ການ​ເງິນ ພ້ອມ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ລາຍງານ​ການ​ທາບ​ທາມ​ຮ່າງ​ລັດ​ຖະ

ທຳ​ມະນູນ ປີ 2003 ລວມ​ທັງບາງ​ເນື້ອ​ໃນ​ທີ່​ຈະ​ຖືກ​ບັນຈຸ​ເຂົ້າ​ໃນ​ວາລະ​ກອງ​ປະຊຸມ​ສະໄໝ​ ສາມັນເທື່ອ​ທີ 8 ຕື່ມ​ອີກ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...