spot_img
Homeຂ່າວຕ່າງປະເທດແຟນຄັບສາວຄັ່ງສິລະປິນດາຣາ ໃຊ້ມີດຈີ້ຄໍຕົນເອງເພື່ອຮຽກຮ້ອງຄວາມສົນໃຈ

ແຟນຄັບສາວຄັ່ງສິລະປິນດາຣາ ໃຊ້ມີດຈີ້ຄໍຕົນເອງເພື່ອຮຽກຮ້ອງຄວາມສົນໃຈ

Published on

ແຟນຄັບໄທຄັ່ງສິລະປິນດາຣາ ຈົນເອົາມີດຈີ້ຄໍຕົນເອງຫວັງໃຫ້ສິລະປິນຫັນມາສົນໃຈ.

ໃນວັນທີ 11 ຕຸລາ 2023 ທີ່ຜ່ານມາ ເກີດເຫດສາວຄັ່ງໃຊ້ມີດຈີ້ຄໍຕົນເອງພາຍໃນຫ້າງສັບພະສິນຄ້າ ສາຂາລັງສິດ ຈັງຫວັດປະທຸມທານີ ປະເທດໄທ ໂດຍບ່ອນເກີດເຫດພົບເປັນສາວ ອາຍຸກາງຄົນ ຢູ່ບໍລິເວນຊັ້ນ 2 ຂອງຫ້າງສັບພະສິນຄ້າ ໃຊ້ມີດແຫຼມຈີ້ຄໍຕົນເອງແລ້ວນັ່ງອີງຝາຢູ່ບ່ອນວາງເຂົ້າສານ ຕໍ່ມາເຈົ້າໜ້າທີ່ກໍໄດ້ເຈລະຈາໄກ່ເກ່ຍໃຫ້ວາງມີດ ເພື່ອນຳຕົວສົ່ງໂຮງໝໍ.

ເບື້ອງຕົ້ນໄດ້ຮູ້ວ່າ ຜູ້ກ່ຽວແມ່ນຢາກພົບກັບ ອິງຟ້າ ວະຣາຫະ Miss Grand Thailand 2022 ແລະ ຜູ້ກ່ຽວກໍເຄີຍໃຊ້ມີດກີດແຂນ ແລະ ຂາຂອງຕົນເອງມາກ່ອນ.

ຍັງຮູ້ຕື່ມອີກວ່າ ຜູ້ກ່ຽວເປັນແຟນຄັບຂອງ ອິງຟ້າ ໂດຍຜູ້ກ່ຽວນັ້ນເຫັນອິງຟ້າຮ້ອງໄຫ້ ຈຶ່ງຢ້ານວ່າຕົນເອງເປັນສາເຫດທີ່ເຮັດໃຫ້ອີງຟ້າເສຍໃຈຫຼືບໍ່ ແລ້ວຢາກໃຫ້ເຂົ້າໃຈວ່າຕົນເອງນັ້ນບໍ່ແມ່ນສາເຫດ ປະກອບກັບຜູ້ກ່ຽວມີບັນຫາກັບລູກ ໂດຍການເຈລະຈາໃນສະຖານທີ່ເກີດເຫດ ກໍມີການໂອ້ລົມເພື່ອຢາກເຈລະຈາກັບອິງຟ້າ ແຕ່ບໍ່ສາມາດຕິດຕໍ່ໄດ້ເພາະອິງຟ້າກໍມີວຽກ ຈົນຜູ້ກ່ຽວນັ້ນໄດ້ຈົນໄດ້ຍອມວາງມີດ.

ທາງດ້ານ ອິງຟ້າ Miss Grand Thailand 2022 ກ່ອນໜ້າມື້ເກີດເລື່ອງກໍໄດ້ເລົ່າພ້ອມຮ້ອງໄຫ້ວ່າ ມີແຟນຄັບຄົນໜຶ່ງກີດແຂນຕົນເອງໃນງານວັນທີ 10 ຕຸລາ ຍ້ອນວ່ານ້ອຍໃຈທີ່ມາທຸກເທື່ອແຕ່ບໍ່ເຄີຍໄດ້ຖ່າຍຮູບນຳ ຈົນເຮັດໃຫ້ແຟນຄັບຄົນນີ້ເຫັນວ່າການກີດແຂນຕົນເອງຈະເຮັດໃຫ້ໄດ້ຢູ່ໃກ້ກັບສິລະປິນທີ່ຕົນເອງມັກ ຫຼັງຈາກນັ້ນກໍໄດ້ກໍ່ເຫດກີດແຂນ ໃນຂະນະທີມງານ ແລະ ແຟນຄັບຄົນອື່ນໆ ຕ່າງກໍຕົກໃຈຕໍ່ເຫດການດັ່ງກ່າວ.

ນອກນີ້ ອິງຟ້າກໍເລົ່າຕື່ມວ່າ ຕອນໄປງານໃນຊຽງໃໝ່ ມີຜູ້ຍິງຄົນໜຶ່ງຖືກລົດຕຳແລ້ວບໍ່ຍອມໄປຫາໝໍ ມານັ່ງອາບເລືອດຢູ່ໜ້າງານແລ້ວບອກຢາກເຫັນອິງຟ້າໃຫ້ໄດ້ ເຊິ່ງທີມງານກໍມາຢືນຢັນວ່າ ຜູ້ຍິງຄົ້ນນີ້ແມ່ນຄົນດຽວກັນແນ່ນອນ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...