Homeຂ່າວຕ່າງປະເທດງານບຸນມະໂຫລານແຫ່ທຸງຊາດບັນດາປະເທດຕ່າງໆໃນທົ່ວໂລກ ຄັ້ງທີ 19

ງານບຸນມະໂຫລານແຫ່ທຸງຊາດບັນດາປະເທດຕ່າງໆໃນທົ່ວໂລກ ຄັ້ງທີ 19

Published on

ໃນວັນທີ 16 ກັນຍາ 2023, ຫ້ອງການເມືອງນະຄອນລີອົງ, ປະເທດຝຣັ່ງ ໄດ້ຈັດງານບຸນມະໂຫລານແຫ່ທຸງຊາດບັນດາປະເທດຕ່າງໆໃນທົ່ວໂລກ ຄັ້ງທີ 19, ຊຶ່ງໄດ້ຈັດຂຶ້ນໃນເດືອນກັນຍາ ຂອງທຸກໆປີ ແລະ ໄດ້ເຊື້ອເຊີນບັນດາສະຖານທູດ, ສະຖານກົງສູນປະເທດຕ່າງໆທີ່ມີສຳນັກງານຕັ້ງຢູ່ປະເທດຝຣັ່ງ ແລະ ເຂດໃກ້ຄຽງ ເຂົ້າຮ່ວມສະເຫຼີມສະຫຼອງແຫ່ທຸງຊາດ ແລະ ຕັ້ງຜາມໄຊຂອງປະເທດຕົນ ເພື່ອວາງສະແດງສິນຄ້າຫັດຖະກໍາໃຫ້ຜູ້ເຂົ້າຮ່ວມໄດ້ຊົມ.

ຊຶ່ງໃນປີນີ້ມີບັນດາປະເທດຕ່າງໆເຂົ້າຮ່ວມທັງໝົດ 50 ປະເທດ ແລະ ມີຜູ້ເຂົ້າຊົມ ປະມານ 100.000 ກວ່າຄົນ, ໃນປີນີ້ ສະຖານທູດເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ປະເທດສະວິດເຊີແລນ ຮ່ວມກັບຄະນະສະມາຄົມສຳພັນຄົນລາວ ພ້ອມດ້ວຍພີ່ນ້ອງຊາວລາວທີ່ດຳລົງຊີວິດທີ່ ນະຄອນລີອົງ ປະເທດຝຣັ່ງ ເຂົ້າຮ່ວມງານດັ່ງກ່າວ ຈຳນວນ 30 ຄົນ ໂດຍມີການຈັບປ້າຍທຸງຊາດກາວົງເດືອນ, ຜູ້ຍິງລາວນຸ່ງສິ້ນໄໝບ່ຽງແພ, ເກົ້າຜົມ, ນຸ່ງເຄື່ອງຊົນເຜົ່າຂອງພີ່ນ້ອງລູກຫຼານລາວທີ່ມີສີສັນ, ເຊິ່ງເປັນເອກະລັກວັດທະນະທຳຂອງລາວຍ່າງຕາມຖະໜົນ ປະມານ 3 ກິໂລແມັດ ໄປຫາສະໜາມຫຼວງອັງໂຕແນັງ ປົງເຊ ເມືອງສີອົງ ໄດ້ມີການວາງສະແດງຮູບພາບ, ສິນຄ້າ, ເຄື່ອງຫັດຖະກຳຊົນເຜົ່າຂອງລາວ ເຊັ່ນ: ແຜ່ນພັບກ່ຽວກັບການທ່ອງທ່ຽວລາວ, ສິ້ນ, ເສື້ອ, ຜ້າຕຸ້ມ, ກະຕ່າ, ຕິບເຂົ້າ, ກອງ ພ້ອມທັງໄດ້ຂື້ນຍ່າງເດີນແບບໃສ່ຊຸດຊົນເຜົ່າ ແລະ ສະແດງສີລະປະຟ້ອນດຽວດອກຈຳປາ ຢູ່ເທິງເວທີ ຊຶ່ງເປັນການໂຄສະນາ ເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມ ກໍຄື ຊາວໂລກໄດ້ຮັບຮູ້ ແລະ ເຂົ້າໃຈຮີດຄອງປະເພນີວັດທະນະທຳການນຸ່ງຖືຂອງລາວ ທັງເປັນການສ້າງບົດບາດ ແລະ ຍົກສູງຖານະຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນອີກບາດກ້າວໜຶ່ງໃນເວທີສາກົນ.

ການເຂົ້າຮ່ວມງານໃນຄັ້ງນີ້, ເຫັນວ່າໄດ້ຮັບຄວາມນິຍົມຊົມຊອບ ແລະ ຄວາມສົນໃຈຈາກຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ.

ແຫຼ່ງຂ່າວຈາກ ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...