spot_img
Homeຂ່າວພາຍ​ໃນແຂວງເຊກອງ ມີການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ 113 ໂຄງການ

ແຂວງເຊກອງ ມີການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ 113 ໂຄງການ

Published on

ປັດຈຸບັນ ທົ່ວແຂວງເຊກອງ ມີການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ທັງໝົດ 113 ໂຄງການ ລວມມູນຄ່າ 509 ລ້ານໂດລາສະຫະລັດ. ໃນນີ້, ເປັນການລົງທຶນພາຍໃນ 78 ໂຄງການ ມູນຄ່າ 242,7 ລ້ານໂດລາສະຫະລັດ ກວມເອົາ 47,6% ແລະ ການລົງທຶນຕ່າງປະເທດ 35 ໂຄງການ ມູນຄ່າ 265 ລ້ານໂດລາສະຫະລັດ ກວມເອົາ 52,4% ເຊິ່ງນອນໃນ 4 ຂົງເຂດຄື: ຂົງເຂດພະລັງງານໄຟຟ້າ 52 ໂຄງການ, ມູນຄ່າ 370 ລ້ານໂດລາສະຫະລັດ; ຂົງເຂດບໍ່ແຮ່ 18 ໂຄງການ, ມູນຄ່າ 109 ລ້ານໂດລາສະຫະລັດ; ຂົງເຂດກະສິກໍາ-ປ່າໄມ້ 34 ໂຄງການ, ມູນຄ່າ 27,8 ລ້ານໂດລາສະຫະລັດ ແລະ ຂົງເຂດບໍລິການ 9 ໂຄງການ, ມູນຄ່າ 2,2 ລ້ານໂດລາສະຫະລັດ.

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃນກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທົ່ວແຂວງເຊກອງ ປະຈໍາປີ 2023 ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ແຂວງເຊກອງ ໄດ້ເອົາໃຈໃສ່ເອົາໃຈໃສ່ຕິດຕາມ ກວດກາ ແລະ ຊຸກຍູ້ການປະຕິບັດກິດຈະກໍາຕ່າງໆຂອງໂຄງການທີ່ອະນຸມັດໄປແລ້ວ ໃຫ້ປະຕິບັດຕາມກົດໝາຍ ແລະ ສັນຍາຢ່າງເຄັ່ງຄັດ.

ພ້ອມທັງ ສ້າງເງື່ອນໄຂ-ສິ່ງອໍານວຍຄວາມສະດວກ, ສ້າງບັນຊີຮຽກການລົງທຶນ ແລະ ປັບປຸງກົນໄກການບໍລິການລົງທຶນຜ່ານປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໄສ ແລະ ມີປະສິດທິຜົນ ເພື່ອດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ຫຼາຍຂຶ້ນ. ປັດຈຸບັນ ທົ່ວແຂວງມີການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 113 ໂຄງການ ລວມມູນຄ່າ 509 ລ້ານໂດລາສະຫະລັດ. ໃນນີ້, ການລົງທຶນພາຍໃນ 78 ໂຄງການ ມູນຄ່າ 242,7 ລ້ານໂດລາສະຫະລັດ ແລະ ການລົງທຶນຕ່າງປະເທດ 35 ໂຄງການ ມູນຄ່າ 265 ລ້ານໂດລາສະຫະລັດ.

ການລົງທຶນຂອງພາກສ່ວນເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງແມ່ນແຫຼ່ງທຶນທີ່ສໍາຄັນ ຍູ້ແຮງເສດຖະກິດປະກອບສ່ວນສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ສ້າງການຫັນປ່ຽນທາງດ້ານພື້ນຖານ-ເຕັກນິກໃໝ່, ຂະຫຍາຍຕາໜ່າງທາງດ້ານອຸດສະຫະກໍາ, ກະສິກໍາ, ການຄ້າ-ການບໍລິການ ຜັກດັນໃຫ້ມີການຜະລິດ, ແປຮູບ ແລະ ສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງສໍາຄັນ, ເຮັດໃຫ້ເສດຖະກິດ ກໍຄື ລວມຍອດຜະລິດພະພັນພາຍໃນ ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...