Homeຂ່າວພາຍ​ໃນນັກທ່ອງທ່ຽວໃສ່ບາດຄັ້ງດຽວທີ່ຫຼວງພະບາງໝົດໄປເປັນ 1 ລ້ານກີບ

ນັກທ່ອງທ່ຽວໃສ່ບາດຄັ້ງດຽວທີ່ຫຼວງພະບາງໝົດໄປເປັນ 1 ລ້ານກີບ

Published on

ທີ່ຫຼວງພະບາງນັກທ່ອງທ່ຽວໃສ່ບາດຄັ້ງດຽວໝົດໄປເປັນລ້ານກີບ ການສວຍໂອກາດຂອງພໍ່ຄ້າແມ່ຄ້າບາງກຸ່ມເຮັດໃຫ້ການທ່ອງທ່ຽວຂອງລາວເສຍຫາຍ.

ໃນວັນທີ 9 ຕຸລາ 2023 ທີ່ຜ່ານ ໄດ້ມີນັກທ່ອງທ່ຽວກຸ່ມໜຶ່ງ ໄປທ່ຽວຫຼວງພະບາງ ແລະ ໃນຕອນເຊົ້າກໍໄດ້ໃສ່ບາດຕາມຮີດຄອງປະເພນີ ແຕ່ເລື່ອງມັນກໍບໍ່ຈົບພຽງເທົ່ານີ້ ໂດຍນັກທ່ອງທ່ຽວກຸ່ມດັ່ງກ່າວໄດ້ລະບຸວ່າ: ມີເດັກຍິງຄົນໜຶ່ງເຂົ້າມາຖາມວ່າໃສ່ບາດບໍ ຄົນລະ 100 ບາດ ທຸກຄົນເລີຍຕົກລົງທີ່ຈະໃສ່ ຫຼັງຈາກນັ້ນເດັກຍິງກໍປູສາດເພື່ອໃຫ້ໄດ້ນັ່ງ, ຕໍໍ່ມາ ກໍມີແກ້ງປ້າໆ ຫຼື ຍິງສູງອາຍຸກຸ່ມໜຶ່ງ ເລີ່ມມີການເອົາເຂົ້າໜົມມາເພີ່ມ ລາຄາກໍປ່ຽນເປັນຄົນລະ 200 ບາດ ແລ້ວກໍເອົາເຂົ້າຫຼາມມາຂາຍອີກເປັນ 200 ບາດ ແລະ ມີການເອົາເຄື່ອງມາຍັດໃຫ້ຈາກທາງຫຼັງເລື່ອຍໆ. ພາຍຫຼັງໃສ່ບາດແລ້ວ ກໍຄິດໄລ່ເງິນເປັນຈຳນວນ 1.700 ບາດ ຫຼື ປະມານ 1,1 ລ້ານກີບ.

ຈາກເຫດການດັ່ງກ່າວ ໄດ້ເຮັດໃຫ້ນັກທ່ອງທ່ຽວຕົກໃຈ ແລະ ເສຍຄວາມຮູ້ສຶກຕໍ່ການມາທ່ຽວໃນຄັ້ງນີ້, ນອກນີ້ ກໍຍັງມີນັກທ່ອງທ່ຽວໄດ້ສະແດງຄວາມຄິດເຫັນວ່າ ກໍພົບຄືກັບເຫດການນີ້ເຊັ່ນກັນ.

ທັ້ງນີ້ ມັນກໍມີພຽງບາງຈຸດ ຫຼື ເປັນພຽງແມ່ຄ້າກຸ່ມນ້ອຍເທົ່ານັ້ນ ແຕ່ຍັງມີຫຼາຍຈຸດທີ່ບໍ່ໄດ້ໂກງ ແຖມແມ່ຄ້າຍັງບໍລິການດີອີກດ້ວຍ, ຢ່າງໃດກໍຕາມ ຊາວຄ້າຂາຍກໍບໍ່ຄວນເອົາປຽບຕໍ່ນັກທ່ອງທ່ຽວ ເພື່ອທີ່ຈະສ້າງພາບພົດອັນດີງາມໃຫ້ແກ່ປະເທດຊາດ ແລະ ເປັນການກຽມປີທ່ອງທ່ຽວທີ່ຈະມາເຖິງນີ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...