Homeຂ່າວຕ່າງປະເທດສົງຄາມວັນທີ 4 ອິດສະຣາແອນ ແລະ ກຸ່ມຕິດອາວຸດປາເລສໄຕ

ສົງຄາມວັນທີ 4 ອິດສະຣາແອນ ແລະ ກຸ່ມຕິດອາວຸດປາເລສໄຕ

Published on

ຈາກການຂັດແຍ່ງຕໍ່ສູ້ກັນຢ່າງຮຸນແຮງລະຫວ່າງ ອິດສະຣາແອນ ແລະ ກຸ່ມຕິດອາວຸດປາເລສໄຕ “ຮາມາສ” ທີ່ເກີດຂຶ້ນຕັ້ງແຕ່ວັນເສົາທີ 7 ຕຸລາ 2023 ເປັນຕົ້ນມາຈົນມາເຖິງ ວັນທີ 10 ຕຸລາ 2023 (ມື້ທີ 4 ຂອງສົງຄາມ) ມີຜູ້ເສຍຊີວິດລວມກັນທັງສອງຝ່າຍ ເພີ່ມຂຶ້ນຫຼາຍກວ່າ 1.600 ຄົນແລ້ວ.

ຍອດຜູ້ເສຍຊີວິດ ອິດສະຣາແອນ ຫຼາຍກວ່າ 900 ຄົນ ແລະ ບາດເຈັບ 2.741 ຄົນ ຖືກຈັບເປັນໂຕປະກັນ 130-150 ຄົນ, ສ່ວນປາເລສໄຕ ເສຍຊີວິດ 710 ຄົນ ບາເຈັບ 3,890 ຄົນ ບໍໍ່ມີທີ່ຢູ່ອາໄສ  137,000 ຄົນ.

ຍອດຜູ້ເສຍຊີວິດຊາວຕ່າງຊາດປະກອບມີ: ໄທ 18 ຄົນ, ເນປານ 10 ຄົນ, ກຳປູເຈຍ 1 ຄົນ, ສະຫະລັດເອເມຣິກາ 9 ຄົນ ແລະ ຟິລິບປິ່ນ 7 ຄົນ.

ກອງທັບອິດສະຣາແອນແນະນຳໃຫ້ຊາວປາເລສໄຕອອກກຈາກສະນວນກາຊາໄປເອຍີບ ທ່າມກາງສົງຄາມທີ່ກຳລັງດຳເນີນຢູ່ກະຊວງປ້ອງກັນປະເທດອິດສະຣາແອນຖະແຫຼງວ່າຈະບໍ່ມີອາຫານ ນ້ຳ ຫຼື ເຊື້ອໄຟສຳລັບຜູ້ຢູ່ອາໄສ ໃນເຂດກາຊາທີ່ຖືກປິດລ້ອມ ແລະ ຖືກຕັດສະບຽງອາຫານ ປະມານ 2,3 ລ້ານຄົນ ແລະ ກອງທັບອິດສະຣາແອນຖິ້ມລະເບີດລົງມາຫຼາຍກວ່າ 200 ລູກໃສ່ຂະບວນກາຊາໃນຄືນທີຜ່ານມາ.

ທັ້ງນີ້ ການຂັດແຍ່ງຊອງ 2 ຊົນຊາດ ອິດສະຣາແອນ ແລະ ປາເລສໄຕ ມີມາບໍ່ຮອດຮ້ອຍປີ ແຕ່ຮາກຖານຂອງການເກີດບັນຫາໄດ້ມີມານັບ 1000 ປີແລ້ວ ແຕ່ຍັງບໍ່ມີແນວທາງໃນການສ້າງສັນຕິພາບຂອງຈຸດ

ທີ່ມາ: World Forrum

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...