spot_img
Homeຂ່າວພາຍ​ໃນເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນສາຍທຳອິດ ຊຽງໄຮ້-ຢຸນນານ ແມ່ນ້ຳຂອງ-ລ້ານຊ້າງ

ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນສາຍທຳອິດ ຊຽງໄຮ້-ຢຸນນານ ແມ່ນ້ຳຂອງ-ລ້ານຊ້າງ

Published on

ໃນວັນທີ 8 ຕຸລາ ທີ່ຜ່ານມານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຊຽງໄຮ້-ຢຸນນານ ແມ່ນ້ຳຂອງ-ລ້ານຊ້າງ” ໄດ້ເລີ່ມດຳເນີນຂະບວນການແລ່ນລົດໄຟຢ່າງເປັນທາງການ ເຊິ່ງຂະບວນລົດໄຟຈະເລີ່ມເດີນທາງອອກຈາກ ນະຄອນຊຽງໄຮ້ແລ້ວ ຜ່ານແດນຄຸນໝິງ, ເມື່ອໄດ້ອອກຈາກດ່ານສາກົນຊາຍແດນແລ້ວ ຈຶ່ງມາຮອດນະຄອນຫຼວງວຽງຈັນ.

ນະຄອນຊຽງໄຮ້ ໄດ້ເປັນຜູ້ນໍາ ທາງດ້ານເຄື່ອງຈັກ ແລະ ຂັບເຄື່ອນເສດຖະກິດຂອງປະເທດຈີນ, ເປັນເຂດການຄ້າຂາຍເສລີ ໃນພາກພື້ນແຫ່ງທໍາອິດຂອງປະເທດຈີນ, ເປັນເຂດໜຶ່ງໃນເຂດທົ່ງພຽງແມ່ນ້ຳຢາງເຊ ທີ່ມີຄວາມເຂັ້ມແຂງດ້ານເສດຖະກິດ ເຊິ່ງໄດ້ເຮັດໃຫ້ຕົວເມືອງມີການພັດທະນາ ແລະ ຍັງໄດ້ຍົກລະດັບຕາໜ່າງການຄົມນາຄົມ ສະດວກສະບາຍຢ່າງຫຼວງຫຼາຍ, ແລ້ວຍັງເປັນເຂດທີ່ມີລະບົບຕ່ອງໂສ້ອຸດສາຫະກຳຄົບຖ້ວນທີ່ສຸດ ຂອງປະເທດຈີນ. ແຂວງຢຸນນານ, ເປັນເຂດທີ່ກຳລັງສ້າງໃຫ້ກາຍເປັນສູນກາງພັດທະນາ ທີ່ສົ່ງຜົນສະທ້ອນອັນກວ້າງຂວາງຢ່າງໃຫຍ່ຫຼວງ ຕໍ່ພາກພື້ນອາຊີໃຕ້ ແລະ ອາຊີຕາ ເວັນອອກສ່ຽງໃຕ້ ເຊິ່ງມີທ່າໄດ້ປຽບທີ່ຕັ້ງຢ່າງແຈ່ມແຈ້ງໃນການເຊື່ອມຕໍ່ພາຍໃນ ແລະ ພາຍນອກປະເທດ ຫຼື ໃນປະເທດເຊັ່ນດຽວກັນ ຊ່ອງທາງທອງຄຳໄດ້ກ້າວຂຶ້ນຢ່າງກະໂດດຂັ້ນ ຈາກຄາດວ່າຈະເປັນປາຍເປີດປະຕູສູ່ພາຍນອກ ແຕ່ໄດ້ກາຍເປັນການເປີດປະຕູຢູ່ແຖວຫນ້າຢ່າງຕໍ່ເນື່ອງ.

ນະຄອນຄຸນໝິງ, ເປັນເສັ້ນທາງທີ່ສໍາຄັນເພື່ອເຊື່ອມຕໍ່ຈີນ ກັບອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້, ມີຂໍ້ໄດ້ປຽບພິເສດໃນຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ. ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ສາຍທຳອິດ ລະຫວ່າງຊຽງໄຮ້-ຢຸນນານ ແມ່ນ້ຳຂອງ-ລ້ານຊ້າງ ໄດ້ເປີດນໍາໃຊ້ຈະນຳມາເຊິ່ງກາລະໂອກາດ ແລະ ອະນາຄົດການພັດທະນາຫລາຍກວ່າເກົ່າ ໃຫ້ແກ່ການຮ່ວມມືໃນດ້ານເສດຖະກິດ, ວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ນະຄອນຫຼວງວຽງຈັນ ກັບນະຄອນຄຸນໝິງ ທັງຈະເຮັດໃຫ້ຂໍ້ໄດ້ປຽບຂອງນະຄອນຫຼວງວຽງຈັນ ແລະ ຄຸນໝິງດີຂຶ້ນກວ່າເກົ່າ.

ພູເຂົາ ແລະ ທະເລ ໄດ້ມີສ່ວນຮ່ວມ ແລະ ເສີມຂະຫຍາຍຄວາມໄດ້ປຽບ, ການເປີດນໍາໃຊ້ຂະບວນການເດີນລົດໄຟຂົນສົ່ງສິນຄ້າສາກົນ ສາຍທຳອິດລະຫວ່າງ ຊຽງໄຮ້-ຢຸນນານ ແມ່ນ້ຳຂອງ-ລ້ານຊ້າງແມ່ນການຜັນຂະຫຍາຍຂໍ້ໄດ້ປຽບຢ່າງໃຫຍ່ຫລວງ ທາງທອງຄຳຂອງທາງລົດໄຟ ລາວ-ຈີນ ເຊິ່ງຮັບຜົນດີຜົນປະໂຫຍດຢ່າງມະຫາສານ. ພ້ອມກັນນັ້ນ ຍັງໄດ້ຕອບສະໜອງຂໍ້ລິເລີ່ມ”ໜຶ່ງແລວ ໜຶ່ງເສັ້ນທາງ”ຢ່າງຕັ້ງຫນ້າ, ຊຸກຍູ້ການປະຕິບັດຕົວຈິງ ຢ່າງຕັ້ງໜ້າຕັ້ງຕາ ໃນການກໍ່ສ້າງຊ່ອງທາງໃຫຍ່ ທັງທາງບົກແລະ ທາງທະເລ ໄປສູ່ມະຫາສະໝຸດອິນເດຍ. ທັງໄດ້ເປັນບາດກ້າວບຸກເບີກອັນໃຫມ່ທີ່ສອງເມືອງ ໄດ້ລິເລີ່ມພັດທະນາສ້າງສາ ເພື່ອຊຸກຍູ້ຕາບຈູນທ່າແຮງຮ່ວມກັນ ແລະ ໄດ້ຮ່ວມກັນລົງເລິກ ທາງດ້ານການຮ່ວມມືຂອງຝາກ ຕາເວັນອອກ-ຕາເວັນຕົກ ໃຫ້ກ້າວໄປສູ່ລະດັບສູງ ແລະ ມີຄຸນນະພາບທີ່ສູງກວ່າເກົ່າ.

ເສັ້ນທາງລົດໄຟແລ່ນໄດ້ດີກວ່າ ແມ່ນສອດຄ່ອງກັບຄຳວ່າ “ເສັ້ນເລືອດທີ່ເຂັ້ມແຂງ” ທີ່ໄດ້ເປີດປະຕູສູ່ພາຍນອກຂອງການຮ່ວມມືຂອງສອງເມືອງ ລະຫວ່າງ ນະຄອນຊຽງໄຮ້ ແລະ ຢຸນນານ ຄາດວ່າຈະສາມາດເຊື່ອມຕໍ່ຕະຫຼາດພາຍໃນປະເທດຈີນ ກັບຕະຫຼາດຂອງອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງ ໃຕ້ ໄດ້ດີກວ່າແຕ່ກ່ອນຢ່າງມະຫາສານ, ໄດ້ກາຍເປັນແຫຼ່ງກະຕຸ້ນການພັດທະນາ ຂອງດ່ານສາກົນຊາຍແດນ ໃຫ້ດີຂຶ້ນຢ່າງຮຸນແຮງ. ພ້ອມກັນນັ້ນ ຍັງໄດ້ຍູ້ແຮງການເຊື່ອມໂຍງຂອງລະບົບຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງ, ຕ່ອງໂສ້ທຶນຮອນ, ຕ່ອງໂສ້ພອນສະຫວັນ ແລະ ໄດ້ພາກັນເຕົ້າໂຮມຄົ້ນຄ້ວາເສັ້ນທາງໃໝ່ ເພື່ອພັດທະນາການປະສານງານຂອງພາກພື້ນ ຕື່ມອີກໃນຕໍ່ໜ້າ.

ທາງດ້ານຂະບວນລົດໄຟ ແມ່ນໄດ້ເດີນຕາມທາງລົດໄຟ ເຊິ່ງໄດ້ມີການເຊື່ອມຕໍ່ທາງຝາກຕາເວັນອອກ ແລະ ຕາເວັນຕົກ ແລ້ວເປີດປະຕູສູ່ໂລກພາຍນອກອັນກ້ວາງຂວາງຢ່າງສວຍງາມ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...