Homeຂ່າວທ້ອງຖິ່ນກວດດີໆກ່ອນຊື້! ພົບສິນຄ້າໝົດອາຍຸ ຈຳນວນຫຼາຍ ໃນຕະຫຼາດແຂວງອຸດົມໄຊ

ກວດດີໆກ່ອນຊື້! ພົບສິນຄ້າໝົດອາຍຸ ຈຳນວນຫຼາຍ ໃນຕະຫຼາດແຂວງອຸດົມໄຊ

Published on

ໃນວັນທີ 4 ຕຸລາ 2023 ທີ່ຜ່ານມານີ້, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສະຫະກຳ ແລະ ການຄ້າ ສົມທົບກັບ ຄະນະສະເພາະກິດ ແລະ ພະນັກງານຄຸ້ມຄອງຕະຫຼາດໜອງແມງດາ ແລະ ຕະຫຼາດວັງໄຮ ລົງຕິດຕາມ, ກວດກາ ສິນຄ້າປະເພດອາຫານແຊ່ແຂງ, ສິນຄ້າໝົດອາຍຸ ແລະ ສິນຄ້າບໍ່ຕິດສະຫຼາກເປັນພາສາລາວ ຢູ່ ຕະຫຼາດເທດສະບານ ແຂວງອຸດົມໄຊ ເຊິ່ງນຳໂດຍ ທ່ານ ພິໄລທອງ ຈິດມະນີ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ.

ການລົງກວດກາຂອງເຈົ້າໜ້າທີ່ ຄັ້ງນີ້ ແມ່ນໄດ້ແບ່ງເປັນ 2 ທີມ, ລົງກວດກາ 2 ຕະຫຼາດ ຄື: ຕະຫຼາດວັງໄຮ, ຕະຫຼາດໜອງແມງດາ ແລະ ກວດກາ ຢູ່ ບັນດາຫ້າງຮ້ານຂາຍອາຫານແຊ່ແຂງ, ຮ້ານຂາຍຍົກ-ຂາຍຍ່ອຍ, ຊຸບເປີມາກເກັດ ແລະ ມີນິມາກ ລວມທັງໝົດ 11 ຫົວໜ່ວຍ, 9 ຫ້າງຮ້ານ.

ຜົນການລົງກວດສາມາດກວດພົບອາຫານປະເພດຕ່າງໆທີ່ໝົດອາຍຸການບໍລິໂພກຫຼາຍລາຍການ ຄື: ຮ໋ອດດ໊ອກ 25 ຖົງ, ແຈ່ວສຸກກີ້ 4 ກ້ອງ, ກຸ້ງທະເລ 25 ຖົງ, ປາເມິກດອງ 1 ກ້ອງ, ສະລະເປົາກ້ອນໃຫຍ່ ສຳເລັດຮູບ 10 ຖົງ, ມັນຝຼັ່ງ ສຳເລັດຮູບ 4 ຖົງ, ປູອັດ 3 ຖົງ, ຊີ້ນໝູສະໄລ 20 ຖົງ, ຊີ້ນສົ້ມໝູ 17 ຖົງ, ນໍ້າປາແດກ ສຳເລັດຮູບ 30 ກ້ອງ, ນ້ຳຈີ້ມໄກ່ 53 ກ້ອງ, ປາເມິກໄຂ່ 3 ກັບ, ປີກໄກ່ 12 ກິໂລ, ແຈ່ວເສສວນ 25 ຖົງ, ແຈ່ວວາສະບິ 20 ກັບ ລວມມູນຄ່າ 12. 600,000ກີບ.

ອາຫານສ່ວນຫຼາຍແມ່ນບໍ່ມີສະຫຼາກກຳນົດສິນຄ້າ ຫຼື ສະຕິກເກີ້ເປັນພາສາລາວ ແລະ ບໍ່ຮູ້ແຫຼ່ງນໍາເຂົ້າ ແລະ ໝົດກຳນົດການບໍລິໂພກ ຕໍ່ກັບສະພາບການດັງກ່າວ ທາງເຈົ້າໜ້າທີ່ໄດ້ສ້າງບົດບັນທຶກກ່າວເຕືອນ, ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...