Homeຂ່າວພາຍ​ໃນກາຕູນ Super Wings ນຳເອົາພາບທາດຫຼວງມາປະກອບໃນຮູບເງົາ

ກາຕູນ Super Wings ນຳເອົາພາບທາດຫຼວງມາປະກອບໃນຮູບເງົາ

Published on

ເປັນທີ່ໜ້າຕື່ນເຕັ້ນຫຼາຍສຳລັບຄົນລາວ ທີ່ມີຮູບເງົາກາຕູນລະດັບນາໆຊາດມານຳເອົາວັດທະນະທຳລາວໄປເຜີຍແຜ່ ຜ່ານກາຕູນຊື່ເລື່ອງ “Superwings World Guardians” ໃຫ້ຄົນທົ່ວໂລກໄດ້ຮັບຮູ້.

ກາຕູນ Super Wings ໄດ້ນໍາເອົາທາດຫຼວງ ແລະ ວັດທະນະທຳລາວມາສະແດງ ໂດຍມີການແຫ່ຜາສາດເຜິ້ງ ການບູຊາຂໍພອນ ໃນກາຕູນ Superwings World Guardians ຕອນທີ 7.

ເຊິ່ງໃນເລື່ອງໄດ້ນໍາສະເໜີກ່ຽວກັບວັດທະນະທຳລາວ ແລະ ມີໂຕຮ້າຍມາເອົາທາດຫຼວງ ອອກໄປນອກອາວະກາດ, ກໍເພື່ອທີ່ຈະຊ່ວຍທາດຫຼວງໄວ້ໄດ້ Super Wings ໄດ້ເດີນທາງເພື່ອໄປນອກອະວາກາດ ພ້ອມໃຊ້ວິທີຕ່າງໆໃນການຊ່ວຍເຫຼືອ.

ທັ້ງນີ້ Super Wings ເປັນຮູບເງົາກາຕູນອານິເມຊັ່ນເຮືອບິນນ້ອຍແປງຮ່າງ ສ້າງໂດຍມີບໍລິສັດໃນເກົາຫຼີໃຕ້ ຈີນ ແລະ ອາເມຣິກາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...