Homeຂ່າວຄາດຕະກຳເຫດຄາຕະກຳ 2 ແມ່ລູກ ທີ່ເຫັນເສບຢາບ້າ ແລ້ວຍ້ານໄປບອກຕຳຫຼວດ

ເຫດຄາຕະກຳ 2 ແມ່ລູກ ທີ່ເຫັນເສບຢາບ້າ ແລ້ວຍ້ານໄປບອກຕຳຫຼວດ

Published on

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 24 ກັນຍາ 2023 ຜ່ານມາ ໄດ້ຮັບການລາຍງານຈາກເຈົ້!ໜ້າທີ່ຕຳຫຼວດວິຊາສະເພາະ ປ້ອງກັນຄວາມສະຫງົບ ເມືອງປາກຊ່ອງວ່າ: ມີການກໍ່ເຫດຄາຕະກຳເກີດຂຶ້ນຢູ່ທີ່ສວນກະເຟ ເຂດບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ແຂວງຈຳປາສັກ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບສາຫັດ 1 ຄົນ.

ຕາມການລາຍງານຂອງເຈົ້າໜ້າທີ່: ຜູ້ເສຍຊີວິດ ນາງ ໄພ ອາຍຸ 30 ປີ ອາຊີບຊາວສວນ ບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ແຂວງຈຳປາສັກ ສ່ວນ ຜູ້ບາດເຈັບຊື່ນາງ ລິຕ້າ ອາຍຸ 8 ປີ ລູກສາວຂອງຜູ້ເສີຍຊີວິດ ຫຼັງຈາກນັ້ນເຈົ້າໜ້າທີ່ລົງເກັບກຳຂໍ້ມູນ ແລະ ກຳນົດເປົ້າໝາຍ ຈົນມາຮອດວັນທີ 30 ກັນຍາ 2023 ແລະສາມາດັຈບຕົວຜູ້ກໍ່ເຫດຄາຕະກຳໄດ້ ຊື່ ທ້າວ ໄພທູນ ອາຍຸ 22 ປີ ອາຊີບຊາວສວນ ບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ແຂວງຈຳປາສັກ ມາດຳເນີນຄະດີ.

ຜ່ານການສືບສວນ-ສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ ໃນຕົ້ນປີ 2022 ຜູ້ກ່ຽວໄດ້ເສບຢາເສບຕິດເປັນຕົ້ນມາ, ເຊິ່ງຢາທີ່ໄດ້ມາເສບໄດ້ຊື້ມາຈາກໄວລຸ້ນ ເຂດບ້ານໜອງເຂືອງ ຄັ້ງລະ 50 ເມັດ, ເມັດ 10 ພັນກີບ ແລະ ໃນເວລາຜູ້ກ່ຽວເສບຢາຫຼາຍມັກມີອາການມຶນເມົາ ຕົກມາຮອດວັນທີ 24 ກັນຍາ 2023 ເວລາປະມານ 04:00 ໂມງ ທ້າວ ໄພທູນ ໄດ້ໄປຊື້ຢາເສບຕິດ ມາຈາກໄວລຸ້ນເຂດບ້ານຈັນສະຫວ່າງ ເມືອງປາກຊ່ອງຈຳນວນ 13 ເມັດ ໃນລາຄາ 1 ແສນກີບ ພາຍຫຼັງໄດ້ຢາມາເອງກໍເອົາມາເສບຢູ່ປ່າກາເຟ ເຂດບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ຈຳນວນ 10 ເມັດ ຫຼັງຈາກຜູ້ກ່ຽວເສບຢາແລ້ວ ກໍໄດ້ກັບເມືອເຮືອນ ຈົນມາຮອດເວລາ 11:00 ໂມງ ຂອງວັນດຽວກັນນັ້ນ, ທ້າວໄພທູນ ໄດ້ອອກໄປສວນກາເຟອີກຄັ້ງເພື່ອເອົາຢາບ້າຈຳນວນ 3 ເມັດ ທີ່ຍັງເຫຼືອມາເສບອີກ ແລະ ໃນເວລາເສບຢາກໍມີອາການມຶນເມົາ ແລະ ໃນເວລາເສບຢານັ້ນກໍມີນາງໄພ ແລະ ລູກສາວມາໄດ້ຢ່າງເຂົ້າມາຂຸດຈີລໍ່ຢູ່ໃນສວນຕົນເອງເຊິ່ງ ສວນຂອງທັງສອງແມ່ນຕິດກັນ ແລະ ໄດ້ເຫັນທ້າວໄພທູນເສບຢາ ທ້າວໄພທູນ “ຈຶ່ງຄິດຢ້ານວ່ານາງ ໄພ ຈະໄປບອກຕຳຫຼວດ ເມື່ອເປັນແນວນັ້ນຍຜູ້ກ໋ຽວຈຶ່ງໄດ້ຍ່າງໄປຫານາງ ໄພ ຢູ່ສວນ ເມືອນາງໄພເຫັນແນວນັ້ນກໍໄດ້ຍ່າງໜີ ແຕ່ທ້າວໄພທູນໄດ້ຈັບມືຂອງນາງໄພແລ້ວຈຶ່ງເກີດການຕໍສູ້ກັນຂຶ້ນ ໃນລະຫວ່າງການຕໍ່ສູ້ ທ້າວໄພທູນ ເຫັນມີດຂອງນາງໄພ ຈຶ່ງໄດ້ຟັນເຂົ້າທີ່ຫົວ 1 ບາດ ເຮັດໃຫ້ນາງໄພ ເສຍຊີວິດ ແລະ ຟັນລູກຂອງຜູ້ເສີຍຊີວິດ 3 ບາດ ເຮັດໃຫ້ບາດເຈັບສາຫັດ ປັດຈຸບັນແມ່ອາການດີຂຶ້ນແລ້ວ ເຈົ້າໜ້າທີ່ຈຶ່ງຈັລບຕົວຜູ້ກໍ່ເຫດມາຮັບໂທດ ແລະ ດຳເນີນຄະດີຕາມກๆດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...