Homeຂ່າວພາຍ​ໃນທູດລາວ ຢ້ຽມຢາມແຮງງານລາວທີ່ໄດ້ຮັບບາດເຈັບຈາກເຫດກາດຍິງໃນຫ້າງດັງ

ທູດລາວ ຢ້ຽມຢາມແຮງງານລາວທີ່ໄດ້ຮັບບາດເຈັບຈາກເຫດກາດຍິງໃນຫ້າງດັງ

Published on

ໃນຕອນເຊົ້າ 5 ຕຸລາ 2023, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ນາງ ຄໍາຜີວ ຄໍາຊົມພູ, ພົນລະເມືອງລາວ ແລະ ແຮງງານລາວຕາມ MOU ທີ່ຖືກຍິງຢູ່ ຫ້າງຊັບພະສິນຄ້າສະຫຍາມພາຣາກອນ ໃນຕອນແລງວັນທີ 3 ຕຸລາ 2023. ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ໄທໄດ້ນໍາສົ່ງຜູ້ກ່ຽວເຂົ້າປິ່ນປົວຢູ່ໂຮງໝໍກຸງເທບຄຣິດສະຕຽນ ເປັນການດ່ວນ.

ເຫດຍິງກັນເກີດຂື້ນໃນເວລາ 16 ໂມງ ຂອງວັນທີ 3 ຕຸລາ 2023, ໂດຍມີໄວໜຸ່ມຄົນໄທ ເພດຊາຍ ອາຍຸ 14 ປີ ກໍ່ເຫດຍິງປືນສັ້ນໃນຫ້າງຊັບພະສິນຄ້າສະຫຍາມພາຣາກອນ ທີ່ຢູ່ໃຈກາງບາງກອກ, ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ (ນັກທ່ອງທ່ຽວຈີນ ເພດຍິງ ແລະ ແຮງງານມຽນມາ ເພດຍິງ) ແລະ ມີຜູ້ບາດເຈັບຈຳນວນ 5 ຄົນ, ຊຶ່ງ 1 ໃນຈຳນວນຜູ້ໄດ້ຮັບບາດເຈັບເປັນຄົນສັນຊາດລາວ ຊື່ ນາງ ຄໍາຜິວ ຄຳຊົມພູ, ອາຍຸ 28 ປີ, ເປັນຄົນອານາໄມຢູ່ໃນຮ້ານຄ້າດັ່ງກ່າວ ຊຶ່ງເບື້ອງຕົ້ນອາການແມ່ນສາຫັດຍ້ອນຖຶກລູກປືນຝັງໃນບ່າໄຫຼ່ ແຕ່ປະຈຸບັນອາການປອດໄພ ແລະ ດີຂື້ນຕາມລໍາດັບ.

ຕໍ່ເຫດການດັ່ງກ່າວ, ໃນຕອນເຊົ້າຂອງວັນທີ 4 ຕຸລາ 2023, ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກໄທ ໄດ້ໂທລະສັບຫາທ່ານ ທູດລາວ ສະແດງຄວາມເສຍໃຈຕໍ່ເຫດການ ແລະ ທາງການໄທຈະໃຫ້ການດູແລເປັນຢ່າງດີ ແລະ ແຈ້ງໃຫ້ຊາບວ່າ ພະບາດສົມເດັດພະເຈົ້າມະຫາຊີວິດ ແລະ ພະຣາຊີນີ ໄດ້ຮັບແຮງງານລາວທີ່ໄດ້ຮັບບາດເຈັບໄວ້ໃນພະຣາຊະນຸເຄາະຂອງພະອົງທັງສອງ. ພ້ອມດຽວກັນນີ້, ໃນຕອນບ່າຍຂອງວັນດຽວກັນ, ທ່ານ ທູດລາວ ກໍໄດ້ຕ້ອນຮັບການສະເໜີເຂົ້າມາຢ້ຽມຢາມພົບປະຂອງ ທ່ານນາງ ສຸດາວັນ ຫວັງສຸພະກິດໂກສົນ, ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາ ແລະ ທ່ານ ຈັກກະພົງ ແສງມະນີ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ເພື່ອສະແດງຄວາມເສຍໃຈຕໍ່ເຫດການທີີ່ເກີດນີ້ ແລະ ສະແດງຄວາມພ້ອມຂອງຝ່າຍໄທ ໃນການຊ່ວຍເຫຼືອແກ່ແຮງງານລາວທີ່ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ.

ພາຍຫຼັງໄດ້ຮັບຂ່າວ, ສະຖານທູດລາວ ໄດ້ຕິດຕາມ ແລະ ປະສານຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງຕ່າງໆຂອງໄທ ເປັນຕົ້ນ: ກະຊວງການຕ່າງປະເທດ, ສຳນັກງານຕຳຫຼວດແຫ່ງຊາດ ເພື່ອປະສານຊ່ວຍເຫຼືອດູແລຄົນລາວທີ່ໄດ້ຮັບບາດເຈັບໃນເຫດການຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊາບຊຶ້ງທີ່ພະບາດສົມເດັດພະເຈົ້າມະຫາຊີວິດ ແລະ ພະຣາຊີນີ ໄດ້ກະລຸນາຮັບຄົນເຈັບໄວ້ໃນພະຣາຊະນຸເຄາະຂອງພະອົງທັງສອງ.

ນາງ ຄໍາຜິວ ຄໍາຊົມພູ, ເກີດຢູ່ບ້ານດອນໂຂງ, ເມືອງສຸຂຸມາ, ແຂວງຈຳປາສັກ, ເດີນທາງເຂົ້າມາອອກແຮງງານຢູ່ໄທຕາມ MOU ນັບແຕ່ເດືອນ ມິຖຸນາ 2023 ເປັນຕົ້ນມາ.

ແຫຼ່ງຂ່າວຈາກ ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...