Homeຂ່າວພາຍ​ໃນຍີ່ປຸ່ນເຕືອນໄພຄື້ນຍັກສຶນາມິພັດເຂົ້າເກາະອິຊຸ

ຍີ່ປຸ່ນເຕືອນໄພຄື້ນຍັກສຶນາມິພັດເຂົ້າເກາະອິຊຸ

Published on

ອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ປະກາດເຕືອນໄພຄື້ນຍັກສຶນາມິ ພາຍຫຼັງທີ່ເກີດແຜ່ນດິນໄຫວ 6,6 ຣິກເຕີ ທີ່ໝູ່ເກາະອິຊຸໃນຊ່ວງເຊົ້ານີ້.

ເກີດແຜ່ນດິນໄຫວບໍລິເວນໝູ່ເກາະອິຊຸ ໃກ້ເມືອງໂທຣິຊິມະ ເຊິ່ງຕັ້ງຢູ່ຫ່າງຈາກໂຕກຽວ ປະມານ 580 ກິໂລແມັດ ໂດຍແຜ່ນດິນໄຫວຄັ້ງນີ້ ເກີດຂຶ້ນໃນເວລາ 11:00 ໂມງ ໃນວັນທີ 5 ຕຸລາ 2023​ ຕາມເວລາທ້ອງຖິ່ນ.

ທາງດ້ານອຸຕຸນິຍົມຍີ່ປຸ່ນ ລະບຸວ່າ ຄວາມຮຸນແຮງຂອງແຜ່ນດິນໄຫວໃນຄັ້ງນີ້ ອາດສົ່ງຜົນໃຫ້ເກີດຄື້ນສຸນາມິ ສູງປະມານ 1 ແມັດ ຈຶ່ງອອກປະກາດເຕືອນສຸນາມິ ໃນເວລາ 11:00 ໂມງ ຕາມເວລາຍີ່ປຸ່ນ ຫຼື 9:10 ໂມງ ໃນເວລາລາວ ໂດຍແນະນຳໃຫ້ປະຊາຊົນທີ່ຢູ່ໃກ້ແຄມຝັ່ງທະເລ ໃຫ້ໄປຢູ່ບ່ອນສູງຈົນກວ່າຈະມີປະກາດປ່ຽນແປງ.

ຫຼ້າສຸດ ຍີ່ປຸ່ນພົບວ່າ ເກີດຂຶ້ນສຶນາມິ ສູງປະມານ 30 ຊັງຕີແມັດ ພັດເຂົ້າບໍລິເວນເກາະຮາຊິໂຈຈິມະ ໃນຊ່ວງ 12:17 ໂມງ ຕາມເວລາທ້ອງຖິ່ນ ແລະ ອາດເກີດຂຶ້ນຂະໜາດໃຫຍ່ກວ່ານີ້ພັດເຂົ້າໃນເຂດອື່ນໆ ໂດຍເຕືອນໃຫ້ປະຊາຊົນຫຼີກລ່ຽງການເດີນທະເລ ຫຼື ເຂົ້າໃຫ້ແຄມຝັ່ງ ຈົນກວ່າຈະມີການຍົກເລີກຄຳເຕືອນ.

ແຫຼ່ງຂ່າວ NHK

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...