Homeຂ່າວຕ່າງປະເທດເດັກນ້ອຍ 14 ປີບຸກຍິງໃນຫ້າງຊັບພະສິນຄ້າ ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 5

ເດັກນ້ອຍ 14 ປີບຸກຍິງໃນຫ້າງຊັບພະສິນຄ້າ ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 5

Published on

ອີງຕາມສຳນັກຂ່າວໄທລາຍງານໃນເວລປະມານ 16:00 ໂມງຂອງວັນທີ 3 ຕຸລາ 2023 ທີ່ຜ່ານມານີ້ວ່າ: ເກີດເຫດກາດຍິງທີ່ຫ້າງຊັບພະສິນຄ້າດັງສະຫຍາມພາລາກ້ອນ ໂດຍຜູ້ກໍ່ເຫດເປັນເດັກນ້ອຍຜູ້ຊາຍອາຍຸພຽງ 14 ປີ ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 5 ຄົນ 1 ໃນນັ້ນມີຄົນລາວ 1 ຄົນ.

ຕາມການລາຍງານເບື້ອງຕົ້ນຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ຜູ້ກໍ່ເຫດມີອາການປ່ວຍທາງຈິດບໍ່ສາມາດຄວບຄຸມໂຕເອງໄດ້ ແລະ ໃຊ້ອາວຸດປືນ 9 ມມ. ບຸກຍິງໃນຊັ້ນM, ຊັ້ນG ແລະ ຊັ້ນ 3 ຂ້ອງຫ້າງດັ່ງກ່າວ ຕໍ່ມາໃນເວລາ 17:10 ໂມງຜູ້ກໍ່ເຫດໄດ້ຍອມມອບຕົວ ແລະ ເຈົ້າໜ້າທີ່ກໍສາມາດຄວບຄຸມສະຖານະການໄດ້.

ທາງດ້ານຜູ້ເສຍຊີວິດປະກອບມີ: ນາງສາວ ຈ້າວ ຈິນໜານ ຊາວຈີນ ອາຍຸ 34 ປີ ແລະ ນາງສາວ Moe Myjnt ຊາວມຽນມາ (ບໍ່ຮູ້ອາຍຸ) ສ່ວນຜູ້ບາດເຈັບ 5 ຄົນປະກອບມີ: ທ້າວ ວິຊຽນ ວິຈິຄາກີ ອາຍຸ 41 ປີ ເປັນຜູ້ຮັກສາຄວາມປອດໄພຂອງຫ້າງ, ນາງສາວ ເພັງພິວັນ ມິດທຳພິທັກ ອາຍຸ 30 ປີ, ນາງສາວ ລີຊ້າ ຊາວຈີນ ອາຍຸ 40 ປີ, ນາງສາວ ອັນຍາພັດ ທິຈິຣະສະກຸນ ອາຍຸ 50 ປີ ແລະ ນາງສາວ ຄຳ ພູອີ ປະຊາຊົນລາວ ອາຍຸ 28 ປີ.

ສຳລັບກົດໝາຍຄະດີນີ້ຜູ້ລົງມືກໍ່ເຫດອາຍຸຫຼາຍກວ່າ 12 ປີ ແຕ່ຍັງບໍ່ເກີນ 15 ປີ ດັ່ງນັ້ນ, ຖ້າມີການກະທຳຄວາມຜິດ ເດັກນ້ອຍບໍ່ສາມາດຮັບໂທດໄດ້ ແຕ່ໃຫ້ໃຊ້ວິທີການສຳລັບເດັກນ້ອຍ ເວົ້າເພື່ອຕັກເຕືອນ ຫຼື ສົ່ງໄປໂຮງໝໍຈິດຕະເວດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...