Homeຂ່າວການທູດທູດລາວຍື່ນສານຕາຕັ້ງຕໍ່ ສົມເດັດ ຊາມານ ບິນ ຮາມັດ ອາສ-ຄາລິຟາ ແຫ່ງ ຣາຊະອານາຈັກບາເຣນ

ທູດລາວຍື່ນສານຕາຕັ້ງຕໍ່ ສົມເດັດ ຊາມານ ບິນ ຮາມັດ ອາສ-ຄາລິຟາ ແຫ່ງ ຣາຊະອານາຈັກບາເຣນ

Published on

ໃນວັນທີ 28 ກັນຍາ 2023 ຜ່ານມານີ້, ຢູ່ສໍານັກພະລາຊະວັງ Al Sakhir ທີ່ ນະຄອນຫລວງ ມານາມາ, ປະເທດບາເຣນ, ທ່ານ ບຸນ ອິນທະບັນດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຊາມານ ບິນ ຮາມັດ ອາສ-ຄາລິຟາ (His Royal Highness Prince Salman bin Hamad Al Khalifa), ອົງມົງກຸດຣາຊະກຸມມານ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກບາເຣນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກ ບາເຣນ ໂດຍມີສໍານັກງານຕັ້ງຢູ່ ລັດກູເວດ.

ໃນໂອກາດນີ້, ອົງມົງກຸດຣາຊະກຸມມານ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກບາເຣນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ບຸນ ອິນທະບັນດິດ ທີ່ໄດ້ຖືກແຕ່ງຕັ້ງມາເປັນ ເອກອັກຄະລັດຖະທູດຄົນໃໝ່ ແຫ່ງ ສປປ ລາວ ປະຈໍາ ບາເຣນ ເພື່ອປະຕິບັດໜ້າທີ່ອັນສົມກຽດ ແລະ ສູງສົ່ງດັ່ງກ່າວ ແລະ ເຊື່ອໝັ້ນວ່າ ທ່ານຈະສືບຕໍ່ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຂໍອວຍພອນໃຫ້ໄດ້ຮັບຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດຂອງຕົນທຸກປະການຢູ່ປະເທດ ບາເຣນ. ພ້ອມທັງ ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງ ທ່ານປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໃນໂອກາດດຽວກັນ, ທ່ານ ບຸນ ອິນທະບັນດິດ ກໍກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮັບເອົາການແຕ່ງຕັ້ງ ມາເປັນເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກ ບາເຣນ ແລະ ຢືນຢັນວ່າ ປະທານປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືການພົວພັນທີ່ດີ ລະຫວ່າງສອງປະເທດທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນຕັ້ງແຕ່ວັນທີ 15 ທັນວາ 2002 ເປັນຕົ້ນມາ. ໃນໂອກາດຖືກແຕ່ງຕັ້ງ ເປັນເອກອັກຄະລັດຖະທູດຄົນໃໝ່ຂອງ ສປປ ລາວ ຈະປະຕິບັດໜ້າທີ່ການທູດໃຫ້ດີທີ່ສຸດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາ ຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກທ່ານປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດຣາຊາທິບໍດີ ແຫ່ງ ບາເຣນ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຂໍໃຫ້ປະຊາຊົນບາເຣນ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ທີ່ມາ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...