Homeນານາສາລະ"ໝາກເຜັດ" ເປັນຜັກ ຫຼື ໝາກໄມ້

“ໝາກເຜັດ” ເປັນຜັກ ຫຼື ໝາກໄມ້

Published on

ເມື່ອເຮົາຄິດຫາໝາກໄມ້ ສິ່ງທີ່ເຮົາຄິດອອກກໍຈະແມ່ນ ແອັບເປິ້ນ ລະແຊ່ງ ສະຕໍເບີລີ່ ແຕ່ຈະເປັນໄປໄດ້ແນວໃດວ່າໝາກເຜັດຈະເປັນໝາກໄມ້ ເພາະມັນບໍ່ໄດ້ແຊບ ຫອມຫວານຄືກັບໝາກໄມ້, ທ່ານຮູ້ບໍວ່າ ແທ້ໆແລ້ວໝາກເຜັດນັ້ນແມ່ນໝາກໄມ້.

ໃນທາງພືດສາດ ໝາກເຜັດເປັນໝາກໄມ້ ເນື່ອງຈາກພາຍໃນມີແກ່ນ ແລະ ເກີດການອອກດອກຂອງພືດ ໝາກເຜັດຈຶ່ງເປັນພືດທີ່ມີອະໄວຍະວະສືບພັນ ເຮັດໜ້າທີ່ສ້າງແກ່ນ ນອກນີ້ ໝາກເຜັດຍັງມີຣົດຊາດຫວານ ສົ້ມ ເລັກໜ້ອຍ ທີ່ເປັນຣົດຊາດຂອງໝາກໄມ້ທົ່ວໄປ.

ແຕ່ໃນທາງອາຫານ ໝາກເຜັດຖືກຈັດຢູ່ໃນຜັກ ເນື່ອງຈາກນິຍົມມາປະກອບກັບອາຫານຮ່ວມກັບຜັກຊະນິດອື່ນໆ ແລະ ມັນມີຣົດຊາດເຜັດ ເຊິ່ງແຕກຕ່າງຈາກໝາກໄມ້ທີ່ມີຣົດຊາດຫວານສົ້ມ.

ດັ່ງນັ້ນແລ້ວ ໝາກເຜັດ ເປັນໝາກໄມ້ຕາມຫຼັກພືດສາດ ແລະ ຖືກຈັດເປັນຜັກຕາມຫຼັກຂອງອາຫານ.

ຂໍ້ມູນຈາກ cayennediane

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...