Homeຂ່າວການຢ້ຽມຢາມສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ເດີນທາງຢ້ຽມຢາມ ສປປ ລາວ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ເດີນທາງຢ້ຽມຢາມ ສປປ ລາວ

Published on

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ, ສປປ ລາວ ໃນຕອນແລງຂອງວັນທີ 2 ຕຸລາ 2023 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ເຊິ່ງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະດໍາເນີນການຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023 ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ, ໃນທ່າມກາງບັນຍາກາດແຫ່ງການສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ບຣູໄນ ຄົບຮອບ 30 ປີ.
ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...