Homeຂ່າວຕ່າງປະເທດພົບ 2 ສົບປິດສະໜາໃນຕູ້ຄອນເທນເນີ

ພົບ 2 ສົບປິດສະໜາໃນຕູ້ຄອນເທນເນີ

Published on

ໃນວັນທີ 2 ຕຸລາ 2023 ນີ້, ເຈົ້າໜ້າທີ່ມູນລະນິທິກະຕັນຍູ ແຫ່ງປະເທດໄທ ພົບສົບຜູ້້ເສຍຊີວິດ 2 ຄົນ, ຊາຍ 1 ຄົນ, ຍິງ 1 ຄົນ ມີສະພາບຄ້າຍຖືກເຜົາ ແລະ ເໜົ່າເປື່ອຍຢູ່ພາຍໃນຕູ້ຄອນເທນເນີ ຄັງສິນຄ້າ ICD ທີ່ເຂດລາດກະບັງ ກຸງເທບມະຫານະຄອນ ປະເທດ ໄທ ດັ່ງນັ້ນ, ຈຶ່ງປະສານຫາເຈົ້າໜ้าທີ່ຕຳຫຼວດລົງກວດສອບພຶ້ນທີ່ດັ່ງກ່າວ.

ຕາມການລາຍງານເບື້ອງຕົ້ນເ ຕູ້ຄອນເທເນີ ໄດ້ເດີນທາງມາຈາກ ປະເທດ ຟິລິບປິນແລ້ວໄປລົງທີ່ ແຫຼມກະບັງຕ້ັງແຕ່ວັນທີ 24 ກັນຍາ 2023 ທີ່ຜ່ານມາ ແລະ ໄດ້ເຄື່ອນຍ້າຍມາຮອດຄັງສິນຄ້າໃນຊ່ວງ 5 ໂມງຕອນເຊົ້າຂອງມື້ນີ້.

ທາງດ້ານເຈົ້າໜ້າທີ່ຕຳຫຼວດ ໄດ້ລົງກວດສອບພຶ້ນທີ່ ເນື່ອງຈາກພຶ້ນທີ່ດັ່ງກ່າວເປັນພຶ້ນທີ່ສ່ວນບຸກຄົນ ຈຶ່ງບໍ່ອະນຸຍາດໃຫ້ຄົນນອກເຂົ້າ ພ້ອມທັງເລັ່ງຕາມຫາບລິສັດທີ່ນຳມາສົ່ງ ແລະ ຂະຫຍາຍຜົນຕໍ່ໄປ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...