spot_img
Homeຂ່າວພາຍ​ໃນຊີ້ແຈງຫ້າມເກັບກູ້ ແລະ ຊື້-ຂາຍຂີ້ກະເດືອນດິນທຳມະຊາດແບບທຸລະກິດ

ຊີ້ແຈງຫ້າມເກັບກູ້ ແລະ ຊື້-ຂາຍຂີ້ກະເດືອນດິນທຳມະຊາດແບບທຸລະກິດ

Published on

ຈາກກໍລະນີທີ່ ພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປື ອອກແຈ້ງການສະບັບເລກທີ 1943, ລົງວັນທີ 13 ກັນຍາ 2023 ກ່ຽວກັບການຫ້າມເກັບກູ້ ແລະ ຊື້-ຂາຍຂີ້ກະເດືອນດິນທຳມະຊາດແບບທຸລະກິດ ເຮັດໃຫ້ສັງຄົມອອນລາຍບໍ່ເຂົ້າໃຈຕໍ່ການຫ້າມດັ່ງກ່າວ ແລະ ເຮັດໃຫ້ມີສະພາບຫາງສຽງຈາກສັງຄົມໄປໃນທາງບໍ່ດີຈຳນວນຫຼາຍ.

​ຕໍ່ກໍລະນີດັ່ງກ່າວ, ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 28 ກັນຍາ 2023 ວ່າ: ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານຕໍ່ອົງການປົກຄອງແຂວງ ວ່າມີຜູ້ປະກອບການຈໍານວນໜຶ່ງໄດ້ສະເໜີຕໍ່ພະແນກຂອງຕົນວ່າຢາກຂຸດຄົ້ນ ແລະ ປຸງແຕ່ງຂີ້ກະເດືອນແລ້ວສົ່ງອອກ. ຈາກນັ້ນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ເຮັດໜັງສືເພື່ອຂໍທິດຊີ້ນໍາຈາກກະຊວງກະສິກໍາ ແລະ ປ່າໄມ້ ແຕ່ຍັງບໍ່ທັນໄດ້ຮັບການອະນຸຍາດ, ມີພະນັກງານ ແລະ ປະຊາຊົນຈໍານວນໜຶ່ງຢູ່ເມືອງໄຊເສດຖາ ແລະ ເມືອງສາມັກຄີໄຊ ໄດ້ຮ້ອງຮຽນມາຫາພະແນກກະສິກໍາ ແລະ ປ່າໄມ້ແຂວງ ວ່າ ມີປະຊາຊົນຈໍານວນຫຼາຍໄປຂຸດຄົ້ນຂີ້ກະເດືອນຊະຊາຍຢູ່ໃນເນື້ອທີ່ດິນຂອງຕົນເຮັດໃຫ້ເນື້ອທີ່ດິນເກີດຄວາມເສຍຫາຍ ໂດຍນໍາໃຊ້ເຄື່ອງມືແບບໃໝ່ທີ່ບໍ່ແມ່ນການໃຊ້ຈົກ ຫຼື ສຽມຂຸດແບບທໍາມະຊາດ ແລ້ວເອົາມາຕາກແຫ້ງຕາມເດີ່ນທົ່ວໄປ ແລະ ເດີ່ນຂອງໂຮງງານນໍ້າດື່ມທີ່ຢຸດເຊົາການຜະລິດແລ້ວເພື່ອຂາຍເປັນສິນຄ້າ.

ຫຼັງຈາກນັ້ນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ສົ່ງພະນັກງານທີ່ກ່ຽວຂ້ອງໄປກວດກາ ພົບເຫັນຢູ່ 3 ຈຸດ ໃນນີ້ ເມືອງໄຊເສດຖາ 1 ຈຸດ ອອກຊື່ບໍລິສັດ ໂປລິກົງມາວ ເຊີ່ງບໍລິສັດດັ່ງກ່າວບໍ່ໄດ້ຮັບອະນຸຍາດຫຍັງກ່ຽວກັບການຜະລິດທີ່ກ່ຽວຂ້ອງກັບແມງໄມ້ ຫຼື ຂີ້ກະເດືອນ, ແຕ່ໄດ້ຮັບອະນຸຍາດກ່ຽວກັບການປຸງແຕ່ງໄມ້. ສ່ວນຢູ່ເມືອງສາ ມັກຄີໄຊ ມີ 2 ຈຸດ ອອກຊື່ເປັນບຸກຄົນລາວ 1 ຄົນຢູ່ບ້ານເຊກະໝານ ແລະ ອີກ 1 ຈຸດ ແມ່ນເປັນຂອງຄົນຈີນຢູ່ເຂດເວີນແຄນ.

​ຍ້ອນແນວນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈຶ່ງອອກແຈ້ງການໃຫ້ຢຸດເຊົາການຂຸດຄົ້ນຂີ້ກະເດືອນແບບທຸລະກິດຊົ່ວຄາວກ່ອນ ເພື່ອກວດກາກ່ຽວກັບຜູ້ປະກອບການ ຫຼື ບໍລິສັດທີ່ຢາກເກັບຊື້ຂີ້ກະເດືອນໃຫ້ລະອຽດ ແລະ ໃຫ້ເຂົາເຈົ້າມາຂຶ້ນທະບຽນເກັບຊື້ໃຫ້ຖືກຕ້ອງຕາມລະບຽບການ ເພື່ອໃຫ້ມີນິຕິກໍາຄຸ້ມຄອງຄັກແນ່ ເພາະນີ້ຖືເປັນເລື່ອງໃໝ່ທີ່ເກີດຂຶ້ນ.

ຕາມການລາຍງານໃຫ້ຮູ້ວ່າ ຜູ້ປະກອບການເກັບຊື້ຂີ້ກະເດືອນປຽກຫຼື ຂີ້ກະເດືອນເປັນ ລາຄາກິໂລລະ 20.000 ໝື່ນ ແລະ ໂຕທີ່ຕາກແຫ້ງແລ້ວລາຄາກິໂລໜຶ່ງບໍ່ຫຼຸດ 400.000 ກີບ ເຮັດໃຫ້ປະຊາຊົນຈໍານວນຫຼາຍພາກັນໄປຂຸດຂີ້ກະເດືອນມາຂາຍ ໂດຍບໍ່ສົນວ່າເປັນຂີ້ກະເດືອນຢູ່ໃນເນື້ອທີ່ດິນຂອງບຸກຄົນ ຫຼື ນິຕິບຸກຄົນ, ຮ້າຍແຮງໄປກວ່ານັ້ນ ຍັງມີການມ້າງຮົ້ວໃນເນື້ອທີ່ດິນຂອງຄົນອື່ນແບບຊະຊາຍເພື່ອບຸກເຂົ້າໄປຂຸດເອົາຂີ້ກະເດືອນ. ນອກຈາກນີ້ ຍັງມີການລັກເອົາໜາມໝາກຈັບທີ່ໃຊ້ເປັນຮົ້ວອ້ອມຕື່ມອີກ ເຮັດໃຫ້ພະນັກງານ ແລະ ປະຊາຊົນຈໍານວນບໍ່ໜ້ອຍທີ່ເປັນເຈົ້າຂອງດິນຮ້ອງຮຽນຫາພາກສ່ວນກ່ຽວຂ້ອງໃຫ້ຊ່ວຍແກ້ໄຂບັນຫາທີ່ເກີດຂຶ້ນ. ຢ່າງໃດກໍຕາມ, ປັດຈຸບັນ ຍັງບໍ່ທັນຮູ້ແນ່ນອນເທື່ອວ່າຂີ້ກະເດືອນທີ່ຜູ້ປະກອບການຈະເກັບຊື້ມີສັບພະຄຸນຫຍັງ ແລະ ຈະສົ່ງອອກໄປໃສແທ້, ແຕ່ມີຜູ້ປະກອບການຜູ້ໜຶ່ງບອກວ່າຈະສົ່ງອອກໄປໄທແຕ່ກໍຍັງບໍ່ທັນຊັດເຈນເທື່ອ.

​ທ່ານກ່າວຢໍ້າວ່າ: ປັດຈຸບັນ ປະຊາຊົນຍັງສາມາດຂຸດຄົ້ນຂີ້ກະເດືອນຕາມທໍາມະຊາດເພື່ອນໍາໃຊ້ເຂົ້າໃນການຊອກຢູ່ຫາກິນໄດ້ປົກກະຕິ, ແຕ່ການຂຸດຄົ້ນເພື່ອເປັນທຸລະກິດ ຫຼື ຂາຍເປັນສິນຄ້າແມ່ນໃຫ້ໂຈະຊົ່ວຄາວ ເພາະຕ້ອງໄດ້ກວດກາເບິ່ງໃຫ້ລະອຽດວ່າຜູ້ປະກອບການທີ່ຈະເກັບຊື້ໄດ້ຮັບໃບອະນຸຍາດຫລືບໍ່, ຖ້າບໍ່ມີກໍຕ້ອງໄດ້ປະກອບໃຫ້ຖືກຕ້ອງຕາມລະບຽບການ. ສ່ວນເບື້ອງປະຊາຊົນ ຖ້າຈະຂຸດຄົ້ນເປັນທຸລະກິດຕ້ອງຮັບປະກັນວ່າບໍ່ກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະຕ້ອງຮັບປະກັນວ່າຈະບໍ່ຂຸດຄົ້ນຢູ່ເນື້ອທີ່ດິນຂອງບຸກຄົນ ຫຼື ນິຕິບຸກຄົນແບບຊະຊາຍຈົນສ້າງຄວາມເສຍຫາຍເກີດຂຶ້ນ.

​ຮອງເຈົ້າແຂວງອັດຕະປື ຢືນຢັນວ່າ: ພາຍຫລັງກວດກາສໍາເລັດ ແລະ ເຮັດໃຫ້ທຸກຂະບວນການເຂົ້າສູ້ລະບຽບການ ຫຼື ຖືກຕ້ອງຕາມກົດໝາຍ, ອົງການປົກຄອງແຂວງພ້ອມທີ່ຈະສະໜັບສະໜູນທັງຜູ້ປະກອບການເກັບຊື້ ແລະ ປະຊາຊົນທີ່ຂຸດຄົ້ນ ເຊິ່ງອາດຈະສ້າງເປັນກຸ່ມເພື່ອຂຸດຄົ້ນຂີ້ກະເດືອນແລ້ວນໍາໄປຂາຍໃຫ້ຜູ້ປະກອບການ ຫຼື ຖ້າຜູ້ປະກອບການຢາກສ້າງເປັນຟາມຂີ້ກະເດືອນກໍພ້ອມທີ່ຈະສະໜັບສະໜູນ ແຕ່ຂະນະດຽວກັນຕ້ອງມີການຄຸ້ມຄອງການຂຸດຄົ້ນໃຫ້ເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງຕາມລະບຽບການທີ່ສຸດ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...