Homeຂ່າວພາຍ​ໃນການອະນຸຍາດ ແລະ ເຄື່ອນໄຫວສັກລາຍ ໃນຂອບເຂດທົ່ວແຂວງບໍ່ແກ້ວ

ການອະນຸຍາດ ແລະ ເຄື່ອນໄຫວສັກລາຍ ໃນຂອບເຂດທົ່ວແຂວງບໍ່ແກ້ວ

Published on

ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ອອກແຈ້ງການ ໃນວັນທີ 14 ກັນຍາ 2023 ກ່ຽວກັບ ການອະນຸຍາດ ແລະ ເຄື່ອນໄຫວສັກລາຍ ໃນຂອບເຂດທົ່ວແຂວງບໍ່ແກ້ວ.

ໂດຍລະບຸວ່າ ຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານ ແລະ ການເຄື່ອນໄຫວບໍລິການສັກລາຍທຸກປະເພດ ໃນຂອບເຂດທົ່ວແຂວງບໍ່ແກ້ວ ຢ່າງເດັດຂາດ, ຖ້າມີການອະນຸຍາດຢູ່ເມືອງໃດກໍໃຫ້ເລີກຮື້ ແລະ ປິດກິດຈະການດັ່ງກ່າວຢ່າງບໍ່ມີເງື່ອນໄຂ.

ເຊິ່ງມອບໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງເປັນເຈົ້າການ ສົມທົບ ສອງກອງບັນຊາການ ທະຫານ-ຕໍາຫຼວດເມືອງ, ຄະນະສະເພາະກິດ ແລະ ຫ້ອງການກ່ຽວຂ້ອງ ລົງກວດກາແກ້ໄຂ. ສະກັດກັ້ນການນໍາ ເຂົ້າອຸປະກອນສັກລາຍທຸກປະເພດ ພ້ອມທັງຢຶດໄວ້ຫາກມີການກວດກາພົບເຫັນ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...