Homeຂ່າວພາຍ​ໃນຜູ້ປ່ວຍທີ່ມີສາເຫດມາຈາກການດື່ມນໍ້າກະທ້ອມ ມາປິ່ນປົວຢູ່ໂຮງໝໍມິດຕະພາບ ສະເລ່ຍປະມານ 5 ຄົນ/ມື້

ຜູ້ປ່ວຍທີ່ມີສາເຫດມາຈາກການດື່ມນໍ້າກະທ້ອມ ມາປິ່ນປົວຢູ່ໂຮງໝໍມິດຕະພາບ ສະເລ່ຍປະມານ 5 ຄົນ/ມື້

Published on

ທ່ານ ນາງ ອຸໄລວັນ ພອນສະຫວັນ ຮອງຫົວໜ້າພະແນກສຸກເສີນໂຮງໝໍມິດຕະພາບ ໄດ້ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນເຫັນໄດ້ວ່າມີຜູ້ປ່ວຍທີ່ມີສາເຫດມາຈາກການດື່ມນໍ້າກະທ້ອມເຂົ້າມາປິ່ນປົວຢູ່ສະເພາະໂຮງໝໍມິດຕະພາບ ໃນມື້ໜຶ່ງສະເລ່ຍປະມານ 5 ຄົນ/ມື້, ຜູ້ທີ່ມີອາການຮຸນແຮງປະມານ 2 ຄົນ/ມື້, ສ່ວນຫຼາຍແມ່ນກຸ່ມຄົນທີ່ມີອາຍຸ 20-25 ປີ. ໃນນັ້ນ, ກໍມີກຸ່ມຄົນທີ່ມີອາຍຸປະມານ 18 ປີ–35 ປີ, ຜູ້ທີ່ມີອາຍຸ 35 ປີດື່ມ ຍ້ອນຄິດວ່ານໍ້າກະທ້ອມດື່ມແລ້ວດີເຈັບຫຼັງ, ເຈັບແອວ ແລະ ອື່ນໆ.

ດັ່ງນັ້ນ, ເຫັນໄດ້ວ່າຜູ້ປ່ວຍທີ່ມີສາເຫດມາຈາກການດື່ມນໍ້າກະທ້ອມເຂົ້າມາປິ່ນປົວສ່ວນຫຼາຍມີອາການທາງລະບົບປະສາດເຊັ່ນ: ມີອາການບໍ່ຮູ້ສຶກໂຕ, ສື່ສານບໍ່ຮູ້ເລື່ອງ (ເສຍສະຕິ), ລະບົບຫາຍໃຈຫອບຫືດ, ຫາຍໃຈໄວເໝືອນຮູ້ສຶກຊິຂາດໃຈ, ລະບົບຫົວໃຈເຕັ້ນແຮງ. ທາງໂຮງໝໍ ກໍໄດ້ໃຊ້ເຄື່ອງໃຊ້ຫາຍໃຈຊ່ວຍ, ຖ້າຜູ້ປ່ວຍບໍ່ມີອາຮຸນແຮງ ກໍໄດ້ຮັບການເຂົ້ານອນຕິດຕາມອາການເພື່ອປິ່ນປົວ, ໃສ່ນໍ້າເກືອ, ບາງຄົນກໍດົມອົກຊີ, ແຍ່ນໍ້າປັດສະວະ ເພື່ອຊ່ວຍຂັບໄລ່ນໍ້າອອກ.

ນໍ້າກະທ້ອມ ເປັນເຄື່ອງດື່ມເສບຕິດຊະນິດໜຶ່ງຄ້າຍຄືກັບຢາບ້າ, ຢາເສບຕິດ ທີ່ເປັນອັນຕະ ລາຍຕໍ່ຜູ້ທີ່ດື່ມ ເມື່ອດື່ມແລ້ວກໍສາມາດຕິດໄດ້. ພ້ອມນັ້ນ, ເມື່ອດື່ມເຂົ້າໄປຮ່າງກາຍຫຼາຍເທົ່າໃດກໍຈະເຮັດໃຫ້ບໍ່ຮູ້ສຶກຕົວ, ປະສາດຫຼອນ ແລະ ມີອາການຮ້າຍແຮງອື່ນໆ ຈົນເຖິງຂັ້ນເສຍຊີວິດ. ຝາກພໍ່ແມ່ຜູ້ປົກຄອງຄວນບອກເຕືອນລູກ-ຫຼານຂອງຕົນໃຫ້ຮູ້ຜົນຮ້າຍ ຂອງການດື່ມນໍ້າກະທ້ອມ, ຫ້າມບໍ່ໃຫ້ລູກ-ຫຼານຂອງຕົນໄປດື່ມນໍ້າກະທ້ອມເດັດຂາດ. ໃນນັ້ນ, ໄວໜຸ່ມ-ຊາວໜຸ່ມລາວບໍ່ຄວນດື່ມ-ບໍ່ຄວນທົດລອງດື່ມນ້ຳກະທ້ອມເດັດຂາດ ເພາະໃນນໍ້າກະທ່ອມມີສານທີ່ເປັນອັນຕະລາຍຕໍ່ລະບົບປະສາດ, ພາໃຫ້ໄຂ້ຫຼັງອ່ອນເພຍ, ຊຸດໂຊມ ແລະ ອື່ນໆ, ຖ້າຮ້າຍແຮງເຖິງຂັ້ນເສຍຊີວິດໄດ້.

ທີ່ມາ: ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...