Homeຂ່າວພາຍ​ໃນຫ້າມເກັບກູ້ ແລະ ຊື້-ຂາຍ ຂີ້ກະເດືອນທໍາມະຊາດເພື່ອເປັນທຸລະກິດ

ຫ້າມເກັບກູ້ ແລະ ຊື້-ຂາຍ ຂີ້ກະເດືອນທໍາມະຊາດເພື່ອເປັນທຸລະກິດ

Published on

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕາປື ແຈ້ງຫ້າມເກັບກູ້ ແລະ ຊື້-ຂາຍ ຂີ້ກະເດືອນທໍາມະຊາດ.

  1. ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເກັບກູ້ ແລະ ຊື້-ຂາຍ ຂີ້ກະເດືອນທໍາມະຊາດ ເພື່ອເປັນທຸລະກິດຢ່າງເດັດຂາດ, ມີພຽງແຕ່ອະນຸຍາດໃຫ້ນໍາໃຊ້ຕາມປະເພດນີ້ ໂດຍບໍ່ໃຫ້ນໍາໃຊ້ເຄື່ອງມືທີ່ມີລັກນະດັບສູນ.
  2. ຖ້າບຸກຄົນ ຫຼື ບໍລິສັດໃດ ຢາກເກັບກູ້, ຊື້-ຂາຍຂີ້ກະເດືອນທໍາມະຊາດ ເພື່ອເປັນທຸລະກິດ ແມ່ນຕ້ອງໄດ້ເຮັດໜັງ ສືສະເໜີຫາຂະແໜງປ່າໄມ້ ເພື່ອລົງສໍາຫຼວດເກັບກໍາຂໍ້ມູນສຶກສາຄວາມເປັນໄປໄດ້ ໂດຍຮັບປະກັນ ບໍ່ໃຫ້ມີຜົນກະທົບຕໍ່ລະບົບນິເວດທາງທໍາມະຊາດ ແລະ ຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິກໍາ ແລະ ປ່າໄມ້ ຈຶ່ງສາມາດ ຈັດຕັ້ງປະຕິບັດໄດ້.
  3. ມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເຜີຍແຜ່ແຈ້ງການສະບັບນີ້ໃຫ້ ພໍ່ແມ່ປະຊາຊົນ, ອໍານາດການ ປົກຄອງບ້ານ ແລະ ນັກທຸລະກິດ ຈົ່ງຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ໃນກໍລະນີ ຜູ້ໃດຫາກລະເມີດຕໍ່ແຈ້ງການສະບັບນີ້ ຈະຖືກປັບໃໝ ແລະ ເຈົ້າເນີນການ ຕາມມາດຕາ 70, 71 ຂອງກົດໝາຍ ວ່າ ດ້ວຍສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຂ, ລົງວັນທີ 24 ທັນວາ 2007.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...