Homeຂ່າວພາຍ​ໃນມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023

Published on

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023 ບັນລຸໄດ້ ປະມານ 980 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 446 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 534 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 88 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 8 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ

ສິນຄ້າສົ່ງອອກທັງໝົດ ປະມານ 446 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​​ເກືອກາລີ ປະມານ 65 ລ້ານໂດລາສະຫະລັດ, ຄໍາປະສົມ-ຄຳແທ່ງ ປະມານ 59 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 39 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 35 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 29 ລ້ານໂດລາສະຫະລັດ, ຢາງພາລາ ປະມານ 26 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 23 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 21 ລ້ານໂດລາສະຫະລັດ, ແຮ່ເຫຼັກ ປະມານ 19 ລ້ານໂດລາສະຫະລັດ, ໝາກກ້ວຍ ປະມານ 13 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າທັງໝົດ ປະມານ 534 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 58 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ປະມານ 56  ລ້ານໂດລາສະຫະລັດ, ພາຫະນະທາງບົກ ປະມານ 43 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ ປະມານ 37 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ ປະມານ 22 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 18 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 17 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ ປະມານ 17 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 16  ລ້ານໂດລາສະຫະລັດ, ເຄື່ອງດື່ມ ປະມານ 12 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ ປະມານ 210 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 77 ລ້ານໂດລາສະຫະລັດ, ໄທ ປະມານ 54 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 38 ລ້ານໂດລາສະຫະລັດ ແລະ ເຢຍລະມັນ ປະມານ 10 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ ປະມານ 240 ລ້ານໂດລາສະຫະລັດ, ຈີນ ປະມານ 175 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 25 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 19 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ ປະມານ 15 ລ້ານໂດລາສະຫະລັດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...