Homeຂ່າວຄາດຕະກຳເຫດຄາຕະກຳແມ່ເສຍຊີວິດຄາທີ່ ໃນຂະນະທີ່ກຳລັງພາລູກສາວອອກຫາກິນ

ເຫດຄາຕະກຳແມ່ເສຍຊີວິດຄາທີ່ ໃນຂະນະທີ່ກຳລັງພາລູກສາວອອກຫາກິນ

Published on

ເຫດສອງແມ່ລູກຖືກທຳຮ້າຍ ຈົນຜູ້ເປັນແມ່ເສຍຊີວິດ ແລະ ລູກສາວໄດ້ຮັບບາດເຈັບສາຫັດ ຈົນເກືອບເອົາຊີວິດບໍ່ລອດ.

ອີງຕາມການໃຫ້ຂໍ້ມູນຂອງພີ່ນ້ອງຜູ້ເສຍຊີວິດ ໄດ້ໃຫ້ຮູ້ວ່າ: ໃນວັນທີ 24 ກັນຍາ 2023 ທີ່ຜ່ານມາ ໄດ້ເກີດເຫດສອງແມ່ລູກຖືກທຳຮ້າຍທີ່ ບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍຜູ້ເປັນແມ່ຊື່ ໄພ ແລະ ລູກສາວ ອາຍຸ 8 ປີ ຊື່ ລິຕາ.

ໃນມື້ເກີດເຫດ ສອງແມ່ລູກໄດ້ພາກັນອອກໄປສວນເພື່ອຫາກິນຕາມປົກກະຕິ ໃນຂະນະທີ່ຢູ່ສວນນັ້ນ ກໍໄດ້ມີຄົນບໍ່ດີເຂົ້າມາທຳລາຍຮ່າງກາຍຈົນເຮັດໃຫ້ຜູ້ເປັນແມ່ໄດ້ເສຍຊີວິດຄາທີ່ ແລະ ສ່ວນລູກສາວໄດ້ຮັບບາດເຈັບສາຫັດ.

ຕອນນີ້ແມ່ນໄດ້ນຳສົ່ງລູກສາວ ເຂົ້າໂຮງໝໍແຂວງຈຳປາສັກເປັນທີ່ຮຽບຮ້ອຍ.

ຖ້າມີລາຍລະອຽດເພີ່ມເຕີມ ຈະມາລາຍງານຕື່ມໃນພາຍຫຼັງ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...